ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 194 ຄົນ

    ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວ ກ່ຽວກັບສະພາບໂຄວິດ-19 ຢູ່ ສປປ ລາວ ໃນທົ່ວໂລກ ປະຈໍາວັນທີ 10 ກັນຍາ 2021 ວ່າ: ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ມາຮອດວັນທີ 9 ກັນຍາ 2021 ໄດ້ກວດວິເຄາະທັງໝົດ 4.371 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 194 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 86 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າມີ 108 ຄົນ ຈາກສະຫວັນນະເຂດ 72 ຄົນ ຈໍາປາສັກ 15 ຄົນ ຄໍາມ່ວນ 12 ຄົນ ບໍລິຄໍາໄຊ 6 ຄົນ ນະຄອນຫຼວງວຽງຈັນ 2 ຄົນ ແລະ ສາລະວັນ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າຕາມຈຸດຜ່ານແດນສາກົນ.

     ສໍາລັບຜູ້ຕິດເຊື້ອໃນຊຸມຊົນຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງຄື: ຈຳປາສັກ 45 ຄົນ ບ້ານຫຼັກ 40 ມີ 18 ຄົນ ຄົນ ບ້ານມ່ວງ 1 ຄົນ ແລະ ຄົນບ້ານສະໂນດ 1 ຄົນ ບ້ານ ນໍ້າໃສເທີງ 16 ຄົນ ບ້ານໜອງປັກແຮດ 9 ຄົນ ຄໍາມ່ວນ 26 ຄົນ ບ້ານ ດອນຊ້າງ 3 ກໍລະນີ ບ້ານ ເມືອງສຸມ 1 ກໍລະນີ ບ້ານ ມ່ວງສຸ່ມ 1 ກໍລະນີ ບ້ານ ຈອມແຈ້ງ 1 ກໍລະນີ ບ້ານ ຈອມເພັດ 4 ກໍລະນີ ບ້ານ ຈອມແກ້ວ 1 ກໍລະນີ ບ້ານ ສັນຕິສຸກ 1 ກໍລະນີ ບ້ານ ຈອມທອງ 2 ກໍລະນີ ບ້ານ ສົມສະໜຸກ 1 ກໍລະນີ ບ້ານ ໂພນສະອາດ 6 ກໍລະນີ ບ້ານ ສຸກສະຫວັນ 1 ກໍລະນີ ບ້ານ ຖ້ຳ 1 ກໍລະນີ ບ້ານ ລຳມະລາດ 1 ກໍລະນີ ບ້ານ ວຽງວິໄລ 2 ກໍລະນີ ບໍ່ແກ້ວ 6 ຄົນ ໃນນັ້ນ ມາຈາກເຂດສາມຫຼ່ຽມຄຳ 5 ຄົນ ສະຫວັນນະເຂດ 4 ຄົນ ເພດຊາຍ ອາຍຸ 28 ປີ ອາຊີບ ພະນັກງານແພດ ເຮັດວຽກຢູ່ເມືອງຈຳພອນ ທີ່ໄດ້ມາປະຈຳການຢູ່ໂຮງໝໍພາກສະໜາມ ເພດຍິງ ອາຍຸ 48 ປີ ບ້ານ ໄຊຍະມຸງຄຸນ ເມືອງນະຄອນໄກສອນ ເພດຊາຍ ອາຍຸ 53 ປີ ອາຊີບ ພະນັກງານຕຳຫຼວດ ບ້ານຊອກ ເມືອງນະຄອນໄກສອນ ເພດຊາຍ ອາຍຸ 49 ປີ ອາຊີບ: ພະນັກງານຕຳຫຼວດ ບ້ານອຸດົມວິໄລ ເມືອງນະຄອນໄກສອນ (ກຸ່ມສ່ຽງສະຖານທີ່ຂຸມຄັງ) ນະຄອນຫຼວງວຽງຈັນ 1 ຄົນ ຈາກບ້ານດອນໜູນ ເມືອງໄຊທານີ ສາລະວັນ 1 ຄົນ ເພດຍິງ ອາຍຸ 24 ປີ ອາຊີບຄ້າຍຂາຍ ບ້ານຫຼັກສອງ ເມືອງສາລະວັນ ຜູ້ກ່ຽວຫາກໍເກີດລູກໃໝ່ໄດ້ 6-7 ມື້ ແລະ ຍັງຢູ່ກໍາ ຜ່ານມາ ໄດ້ສໍາຜັດໃກ້ຊິດກັບພໍ່ປູ່ທີ່ຕິດເຊື້ອທີ່ໄດ້ຖະແຫຼງຂ່າວກ່ອນໜ້ານີ້ ແຂວງວຽງຈັນ 1 ຄົນ ຈາກບ້ານໂພນແພງ ເມືອງທຸລະຄົມ ສຳຜັດໃກ້ຊິດກັບຜູ້ເປັນແມ່ ທີ່ຕິດເຊື້ອກ່ອນໜ້ານີ້ ຫຼວງນ້ຳທາ 1 ຄົນ ຈາກບ້ານ ພູຕີນ ເມືອງນາແລ ຜູ້ກ່ຽວເດີນທາງມາແຕ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ໄຊສົມບູນ 1 ຄົນ ຈາກບ້ານພູຄຳ ປັດຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.

    ມາຮອດມື້ນີ້ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 16.936 ຄົນ ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວທັງໝົດ 4.093 ຄົນ ສໍາລັບຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສໍາລັບນະຄອນຫຼວງວຽງຈັນ ຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ (ວັນຈັນ ຫາ ວັນອາທິດ) ໃນຕອນເຊົ້າ ເວລາ 9:00-12:00 ໂມງ ແລະ ຍັງມີທີມງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີການລາຍງານຄົນຕິດເຊື້ອ ສຳລັບແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້.

    ທົ່ວໂລກ ມີລາຍງານຜູ້ຕິດເຊື້ອສະສົມທັງໝົດ 223.970.007 (576.381ໃໝ່) ເສຍຊິວິດທັງໝົດ 4.619.264 (8.843ໃໝ່) ປີ່ນປົວຫາຍດີ 200.525.303 (627.521ໃໝ່) ສໍາລັບ 3 ອັນດັບປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກ ກໍຍັງແມ່ນ ສະຫະລັດອາເມຣິກາ ອິນເດຍ ແລະ ບຣາຊິນ ສໍາລັບບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ ປະເທດໄທ ເຊິ່ງມີຜູ້ຕິດເຊື້ອໃໝ່ 16.031 ແລະ ເສຍຊີວິດໃນມື້ດຽວ 220 ຄົນ ສສ ຫວຽດນາມ ມີລາຍງານຜູ້ຕິດເຊື້ອໃໝ່ 12.420 ຄົນ ແລະ ເສຍຊີວິດໃນມື້ດຽວ 272 ຄົນ.

.# ຂ່າວ & ພາບ :  ວຽງມາ

error: Content is protected !!