ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ແລະ ສປ ຈີນ ພົບປະສອງຝ່າຍ ແບບທາງໄກ

    ຕອນບ່າຍວັນທີ 9 ກັນຍາ 2021 ທີ່ກະຊວງການຕ່າງປະເທດ ສະຫາຍ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍໃນຮູບແບບທາງໄກ ກັບ ສະຫາຍ ຫວັງ ອີ້ ທີ່ປຶກສາແຫ່ງລັດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ລາວ-ຈີນ ກໍຄືການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈີນ-ລາວ.

    ໃນການພົບປະດັ່ງກ່າວ ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ທີ່ໄດ້ພົບປະກັບສະຫາຍ ຫວັງ ອີ້ ພາຍຫຼັງທີ່ໄດ້ພົບປະກັນຢູ່ນະຄອນຊົງຊິ້ງ ໃນຕົ້ນເດືອນມິຖຸນາທີ່ຜ່ານມາ ຊຶ່ງການພົບປະຄັ້ງນີ້ ຖືເປັນໂອກາດທີ່ສໍາຄັນເປັນຢ່າງຍິ່ງ ໃນການແລກປ່ຽນຄຳຄິດຄໍາເຫັນຮ່ວມກັນ ແລະ ເປັນເອກະພາບກັນຕໍ່ການຮ່ວມມືສອງຝ່າຍ ກໍຄືລະຫວ່າງສອງກະຊວງການຕ່າງປະເທດໃນໄລຍະທີ່ຜ່ານມາ ພາຍໃຕ້ສະພາບການລະບາດຂອງພະຍາດໂຄວິດ-19 ແລະ ສະພາບການຂອງສາກົນໃນປັດຈຸບັນ.

    ໃນໂອກາດນີ້ ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ຈີນ-ລາວ ລະຫວ່າງ ສອງພັກ ສອງລັດ ກໍຄືປະຊາຊົນສອງຊາດ ຊຶ່ງໄດ້ຮັບການເສີມຂະຫຍາຍຢ່າງມີໝາກຜົນຕົວຈິງຢ່າງຕໍ່ເນື່ອງ ແລະ ເປັນຍຸດທະສາດທີ່ບໍ່ສາມາດທັບມ້າງໄດ້ ເຖິງແມ່ນວ່າສະພາບເງື່ອນໄຂໃນການພົບປະຈະບໍ່ເອື້ອອໍານວຍຄືໃນເມື່ອກ່ອນ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ແຕ່ການນໍາຂັ້ນສູງຂອງສອງປະເທດ ຍັງຮັກສາການແລກປ່ຽນພົວພັນນຳກັນ ດ້ວຍການພົບປະຜ່ານລະບົບທາງໄກຢ່າງເປັນປົກກະຕິ. ສອງຝ່າຍຍັງສະແດງຄວາມຍິນດີທີ່ເຫັນວ່າເເຜນແມ່ບົດການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈີນ-ລາວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ມີຜົນສຳເລັດເປັນຮູບປະທໍາຫຼາຍດ້ານ ຍ້ອນການນໍາຂອງສອງພັກ-ສອງລັດ ໄດ້ເອົາໃຈໃສ່ຕິດຕາມຊີ້ນໍາຢ່າງໃກ້ຊິດ ແລະ ໄດ້ຖືເອົາແຜນແມ່ບົດດັ່ງກ່າວເປັນເອກະສານສໍາຄັນພື້ນຖານຂອງການຮ່ວມມືສອງຝ່າຍໃນໄລຍະໃໝ່.

    ສໍາລັບປີ 2021 ນີ້ ເປັນປີໜຶ່ງທີ່ມີຄວາມໝາຍຄວາມສໍາຄັນຂອງການພົວພັນຂອງສອງປະເທດ ເພາະເປັນປີຄົບຮອບ 60 ປີ ແຫ່ງການສ້າງສາຍພົວພັນການທູດລະຫວ່າງສອງປະເທດໃນເດືອນເມສາທີ່ຜ່ານມາ ແລະ ກໍເປັນປີມິດຕະພາບ ລາວ-ຈີນ ແລະ ໃນວັນທີ 1 ກໍລະກົດ 2021 ຍັງເປັນປີຄົບຮອບ 100 ປີ ການສ້າງຕັ້ງພັກກອມມູນິດຈີນ ເປັນປີທີ່ີມີຄວາມໝາຍພິເສດຕໍ່ ສປ ຈີນ ໃນການບັນລຸຍຸດທະສາດການລົບລ້າງຄວາມທຸກຍາກໃນຂອບເຂດທົ່ວປະເທດ ແລະ ການບັນລຸເປົ້າໝາຍໃນການສ້າງສັງຄົມອີ່ມໜຳສຳລານຂອງພັກກອມມູນິດຈີນ.

    ສອງຝ່າຍກໍໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືສອງຝ່າຍໃນດ້ານຕ່າງໆ ໂດຍສະເພາະພາຍໃຕ້ການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ” ໃນໄລຍະຜ່ານມາ ໄດ້ມີການເຄື່ອນໄຫວຢ່າງຫ້າວຫັນ ແລະ ເປັນຮູບປະທໍາຢ່າງໜ້າເພິ່ງພໍໃຈ ຊຶ່ງໄດ້ເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເວົ້າສະເພາະ ກໍແມ່ນໂຄງການຮ່ວມມືສ້າງເສັ້ນທາງລົດໄຟລາວ-ຈີນ (ນະຄອນຫຼວງວຽງຈັນ-ນະຄອນຄຸນມິງ) ແລະ ທາງດ່ວນ (ວຽງຈັນ-ບໍ່ຫານ) ຊຶ່ງສອດຄ່ອງກັບນະໂຍບາຍຂອງ ສປປ ລາວ ໃນການຫັນຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ເປັນປະເທດເຊື່ອມຈອດກັບອະນຸພາກພື້ນ. ນອກນັ້ນ ບັນດາຂະແໜງການກ່ຽວຂ້ອງຕ່າງໆຂອງ ສປປ ລາວ ກໍໄດ້ເຂົ້າຮ່ວມໃນບັນດາກົນໄກການຮ່ວມມືຕ່າງໆຂອງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”. ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ວາງທິດທາງແຜນການການຮ່ວມມືໃນຕໍ່ໜ້າ ຮ່ວມກັນ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືໃນດ້ານອື່ນໆເຊັ່ນ: ການສ້າງແລວທາງເສດຖະກິດ ລາວ-ຈີນ 2019-2030 ການຊ່ວຍເຫຼືອຢາວັກແຊັງປ້ອງກັນພະຍາດໂຄວິດ-19 ການຈັດຕັ້ງຜັນຂະຫຍາຍການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ແລະ ອື່ນໆ. ນອກຈາກນີ້ ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ທັງສອງຝ່າຍມີຄວາມສົນໃຈ ລວມທັງການຮັດແໜ້ນການພົວພັນຮ່ວມມືໃນຂອບອາຊຽນ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ອື່ນໆ.​

    ການພົບປະສອງຝ່າຍໃນຮູບແບບທາງໄກຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດອັນຈິງໃຈ ຖານສະຫາຍອ້າຍນ້ອງ ແລະ ໄດ້ຮັບໝາກຜົນຕາມລະດັບຄາດໝາຍ. ຝ່າຍລາວໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຊ່ວຍເຫຼືອອັນລໍ້າຄ່າຈາກພັກ ລັດຖະບານ ແລະປະຊາຊົນຈີນ ຕໍ່ພັກ ລັດຖະບານ ແລະປະຊາຊົນລາວຕະຫຼອດໄລຍະຜ່ານມາ ໂດຍສະເພາະແມ່ນການຊ່ວຍເຫລືອດ້ານອຸປະກອນການແພດ ຢາວັກແຊັງປ້ອງກັນໂຄວິດ-19 ແລະ ອື່ນໆ ແລະໃນການພົບປະຄັ້ງນີ້ ສະຫາຍ ຫວັງອີ້ ຍັງໄດ້ປະກາດໃຫ້ການຊ່ວຍເຫລືອວັກແຊັງເພີ່ມຕື່ມໃຫ້ແກ່ ສປປ ລາວ ເພື່ອຊ່ວຍ ສປປ ລາວ ບັນລຸເປົ້າໝາຍການສັກຢາວັກແຊງໃຫ້ພົນລະເມືອງໃນທົ່ວປະເທດໃຫ້ໄດ້ 50% ພາຍໃນປີ 2021.

    ໃນຕອນທ້າຍ ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ອວຍພອນໃຫ້ ສະຫາຍ ຫວັງ ອີ້ ຈົ່ງມີພະລານາໄມສົມບູນ ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນພາລະກິດອັນມີກຽດຂອງສະຫາຍ ແລະ ອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຍຸດທະສາດຮອບດ້ານ ບົນພື້ນຖານ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດໄປ..

# ຂ່າວ & ພາບ ລັດເວລາ

error: Content is protected !!