ມະຫານະຄອນ ໄອທີ ຮ່ວມກັບກະຊວງ ຮສສ ຮ່ວມມືພັດທະນາການສ້າງວຽກເຮັດງານທຳ

    ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສະໜອງຜູ້ຊອກຫາວຽກເຮັດງານທຳເຂົ້າໃສ່ຕຳແໜ່ງງານວ່າງພາຍໃນປະເທດ ລະຫວ່າງທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ທ່ານ ຄໍາພັນ ສຸພາບ ຜູ້ບໍລິຫານສຸງສຸດ ບໍລິສັດ ມະຫານະຄອນ ໄອທີ ແລະ ບໍລິການຈໍາກັດ ຜູ້ດຽວ ຈັດຂຶ້ນວັນທີ 9 ກັນຍາ 2021 ທີ່ເຮືອນຮັບແຂກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍມີທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງ ຮສສ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

    ທ່ານ ຄໍາພັນ ສຸພາບ ໄດ້ກ່າວວ່າ : ການຮ່ວມມືຄັ້ງນີ້ ແມ່ນເລ່ັງໃສ່ການພັດທະນາລະບົບຖານຂໍ້ມູນ ເພື່ອເກັບກໍາຂໍ້ມູນຂອງຜູ້ກໍາລັງວ່າງງານ ຕໍາແໜ່ງງານວ່າງ ແລະ ເກັບກໍາຈຳນວນຜູ້ອອກແຮງງານທີ່ເຂົ້າສູ່ຕະຫຼາດແຮງງານໃໝ່ພາຍໃນປະເທດ ຂຶ້ນທະບຽນຜູ້ວ່າງງານ ແລະ ຕໍາແໜ່ງງານວ່າງໃນຂອບເທດທົ່ວປະເທດ ສະໜອງຜູ້ຕ້ອງການວຽກເຮັດເຂົ້າໃສ່ຕໍາແໜ່ງງານວ່າງຕາມຄວາມຕ້ອງການຕົວຈິງຂອງຂະແໜງເສດຖະກິດ ຮ່ວມກັບຜູ້ໃຊ້ແຮງງານເຝິກເຂົ້າສູ່ຕໍາແໜ່ງງານວ່າງ ເຝິກເພື່ອຍົກລະດັບ ແລະ ເຝິກເພື່ອປະກອບອາຊີບອິດສະຫຼະ ຮ່ວມກັນສຶກສາ ແລະ ພັດທະນາລະບົບໂປຣແກຣມການຈັດຫາງານທີ່ມີຢູ່ຂອງກົມທີ່ກ່ຽວຂ້ອງໃຫ້ມີປະສິດທິຜົນຍິ່ງຂຶ້ນ.

    ໂອກາດນີ້ ທ່ານນາງ ອານຸສອນ ຄຳສິງສະຫວັດ ໄດ້ກ່າວວ່າ : ການຮ່ວມມືກັບບໍລິສັດມະຫານະຄອນໄອທີ ແລະ ບໍລິການຈຳກັດຜູ້ດຽວ ກໍເປັນອີກໜຶ່ງທິດທາງທີ່ສອດຄ່ອງກັບວາລະແຫ່ງຊາດຂອງລັດຖະບານ ກ່ຽວກັບການແກ້ໄຂວຽກງານດ້ານແຮງງານ ຊຶ່ງຂອບເຂດຂອງການຮ່ວມມືລະຫວ່າງກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກັບບໍລິສັດມະຫານະຄອນໄອທີ ແລະ ບໍລິການຈຳກັດຜູ້ດຽວ ຄາດວ່າຈະຊ່ວຍໃຫ້ກະຊວງ ຮສສ ມີລະບົບຖານເກັບເກັບກຳຂໍ້ມູນ ແລະ ຂຶ້ນທະບຽນແຮງງານທີ່ທັນສະໄໝ ແລະ ສອດຄ່ອງກັບຄວາມຕ້ອງການຫຼາຍຂຶ້ນ ພ້ອມນີ້ ກໍຈະເປັນການຊ່ວຍຜູ້ວ່າງງານເຂົ້າເຖິງການຈ້າງງານພາຍໃນປະເທດ ເຊິ່ງຈະເຮັດໃຫ້ອັດຕາການວ່າງງານຫຼຸດລົງເທື່ອລະກ້າວ.

# ຂ່າວ – ຮູບ: ບຸນມີ

error: Content is protected !!