ໄທ ມອບເງິນສະໜັບສະໜູນປ້ອງກັນພະຍາດໂຄວິດ-19 ໃຫ້ສູນກາງຊາວໜຸ່ມ

    ວັນທີ 9 ກັນຍາ 2021 ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະລາຊະທູດໄທ ປະຈຳ ສປປ ລາວ ໄດ້ມອບເງິນສະໜັບສະໜູນໃຫ້ການຊ່ວຍເຫຼືອການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈຳນວນ 538.000 ບາດ ໃຫ້ກຽດກ່າວຮັບໂດຍທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ເຊີ່ງມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

    ສໍາລັບເງີນທີ່ໄດ້ຮັບການສະໜັບສະໜູນຄັ້ງນີ້ ຈະຈັດສົ່ງໄປຊ່ວຍເຫຼືອແຂວງຕ່າງໆຂອງ ສປປ ລາວ ທີ່ມີພາລະກິດໃນການເບິ່ງແຍງແຮງງານລາວທີ່ເດີນທາງກັບມາແຕ່ຕ່າງປະເທດຈຳນວນຫຼາຍ ແລະ ເປັນສິ່ງຈໍາເປັນຕ້ອງມີບຸຄະລາກອນດ່ານໜ້າ ເພື່ອບໍລິຫານຈັດການລະບົບການຮັບແຮງງານ ການກວດເຊື້ອ ການຈັດການດ້ານອາຫານ ແລະ ສະຫວັດດີການຂອງແຮງງານ ເພື່ອເພີ່ມຄວາມສາມາດໃຫ້ກັບໂຄງການ ໃຫ້ຄຳປຶກສາທາງໂທລະສັບສາຍດ່ວນ 1554 ເຊິ່ງເປັນໂຄງການຈັດຕັ້ງຂຶ້ນໂດຍສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ເພື່ອເບິ່ງແຍງດູແລສຸຂະພາບກາຍ ແລະ ຈິດໃຈ ໃຫ້ແກ່ຜູ້ໄດ້ຮັບຜົນກະທົບຈາກສະຖານະການໂຄວິດ-19 ແລະ ອື່ນໆ.​

    ການຊ່ວຍເຫຼືອຄັ້ງນີ້ ເປັນການດຳເນີນການຮ່ວມກັນລະຫວ່າງສະຖານເອກອັກຄະລາຊະທູດໄທ ປະຈຳ ສປປ ລາວ ແລະ ສະຖານກົງສຸນໃຫຍ່ ປະຈຳແຂວງສະຫວັນນະເຂດ ໃນການສະໜັບສະໜູນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-​19 ໃນ ສປປ ລາວ ຜ່ານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໂດຍເມື່ອວັນທີ 24 ສິງຫາ 2021 ທີ່ຜ່ານມາ ທ່ານ ອະທິປັດ ໂຣດຈະນະໄພບູນ ກົງສຸນໃຫຍ່ ປະຈຳແຂວງສະຫວັນນະເຂດ ກໍໄດ້ມອບເງິນຊ່ວຍເຫຼືອຈຳນວນ 200.000 ບາດ ໃຫ້ກັບທ່ານ ອາລຸນໄຊ ສູນນະລາດ ເພື່ອນໍາໄປໃຊ້ໃນວຽກງານດັ່ງກ່າວ ໃນໂອກາດທີ່ທ່ານເດີນທາງໄປໃຫ້ການຊ່ວຍເຫຼືອບຸຄະລາກອນດ່ານໜ້າ ອາສາສະໝັກ ບຸຄະລາກອນທາງການແພດ ຢູ່ແຂວງສະຫວັນນະເຂດຕື່ມອີກ.​.

# ຂ່າວ & ພາບ: ລັດເວລາ

error: Content is protected !!