Samsung Galaxy Z Fold3 I Z Filp3 5G ໄດ້ຮັບຍອດຈອງສູງເກີນຄາດ

    ຊໍາຊຸງ ເຜີຍຈຳນວນຜູ້ຈອງເຄື່ອງ Samsung Galaxy Z Fold3 ⅼ Z Filp3 5G ສູງເກີນຄາດໃນເດືອນຜ່ານມາ ພ້ອມທັງສະແດງຄວາມຂອບໃຈລູກຄ້າທີ່ໃຫ້ຄວາມສົນໃຈໂທລະສັບມືຖືຈໍພັບໄດ້ ຮຸ່ນຫຼ້າສຸດທັງ 2 ຮຸ່ນ ໂດຍກໍານົດມື້ທີ່ຈຳໜ່າຍເປັນທາງການແຕ່ວັນທີ 10 ກັນຍາ 2021 ເປັນຕົ້ນໄປ ສໍາລັບ Galaxy Z Fold3 ລາຄາ 19.990.000 ກີບ ສ່ວນ Galaxy Z Flip3 ລາຄາ 12.299.000 ກີບ ເຊິ່ງຜູ້ທີ່ຊື້ໃນໄລຍະນີ້ ຍັງຈະໄດ້ຮັບຂອງແຖມ ມູນຄ່າ 800.000 ກີບ ໃນນີ້ ຜູ້ທີ່ຊື້ Galaxy Z Fold3 ຈະໄດ້ຮັບ Flip cover with Pen ແລະ ຫົວສາກ 25W ສ່ວນຜູ້ທີ່ຊື້ Galaxy Z Flip3 ຈະໄດ້ຮັບ Clear cover with Ring ແລະ ຫົວສາກ 25W.

    Galaxy Z Fold3 ⅼ Z Filp3 5G ເປັນໂທລະສັບມືຖືລໍ້າສະໄໝ ທີ່ໃຊ້ເຕັກໂນໂລຊີຈໍພັບໄດ້ຮຸ່ນຫຼ້າສຸດຂອງຊໍາຊຸງ ເຊິ່ງບໍ່ພຽງມີຄວາມທົນທານກວ່າເກົ່າ ດ້ວຍ Gorilla Glass Victus ແຕ່ຍັງເປັນໜ້າຈໍແບບ Dynamic AMOLED 2X ທີ່ໄດ້ຮັບການພັດທະນາໃຫ້ສະແດງຜົນໄດ້ຢ່າງມື່ນໄຫຼເຖິງ 120 Hz ໃນຂະນະທີ່ຂະໜາດ ແລະ ນໍ້າໜັກໜ້ອຍລົງ ພ້ອມທັງກັນນໍ້າໄດ້ຕາມມາດຕະຖານ IPX8 ທີ່ສາມາດກັນນໍ້າເລິກ 1,5 ແມັດ ດົນ 30 ນາທີ ສະເພາະໜ້າຈໍຂອງ Galaxy Z Fold3 ຍັງໄດ້ເພີ່ມເຊັນເຊີເພື່ອຮັບການໃຊ້ງານ S Pen ແລະ ໃຊ້ກ້ອງແບບໃໝ່ຫຼ້າສຸດ ທີ່ເຊື່ອງຢູ່ກ້ອງໜ້າຈໍໄດ້ຢ່າງງົດງາມ ສ່ວນ Galaxy Z Flip3 ມາພ້ອມກັບນະວັດຕະກຳ Flex Mode ທີ່ໜ້າຈໍສາມາດພັບໄດ້ຫຼາຍອົງສາ ເຊິ່ງສະດວກໃນການຖ່າຍຮູບ ຫຼື ວິດີໂອ ໂດຍບໍ່ຕ້ອງໃຊ້ຂາຕັ້ງກ້ອງ ນອກນີ້ Flex Mode ຍັງຊ່ວຍໃຫ້ຜູ້ໃຊ້ສາມາດໃຊ້ງານ 2 ແອັບໄດ້ໃນເວລາດຽວກັນ.

    Galaxy Z Fold3 ມີວາງຈຳໜ່າຍ 3 ສີ ຄື: Phantom Black Phantom Green ແລະ Phantom Silver ສ່ວນ Galaxy Z Flip3 ມີວາງຈຳໜ່າຍ 4 ສີ ຄື: Cream Lavender Phantom Green ແລະ Phantom Black ເຊິ່ງຜູ້ທີ່ສົນໃຈສາມາດໄປສຳຜັດ ແລະ ທົດລອງໃຊ້ງານເຄື່ອງຕົວຈິງໄດ້ທີ່ຕົວແທນຈໍາໜ່າຍຂອງຊຳຊຸງທຸກສາຂາ ຫຼື ຂໍ້ມູນເພິ່ມຕື່ມຕິດຕໍ່ Samsung Call Center 021-417333 Facebook: SamsungLaos.

# ຂ່າວ & ຮູບ: ສະບາໄພ

error: Content is protected !!