ຫວຍ​ພັດທະນາ​ຊ່ວຍ​ເຫຼືອ​ສະມາຄົມ​ຄົນ​ພິການ

    ບໍລິສັດ ລັດວິສາຫະກິດຫວຍພັດທະນາ ໄດ້ປະກອບສ່ວນສະໜັບສະໜູນອຸປະຖຳສະມາຄົມຄົນພິການແຫ່ງຊາດລາວ ເປັນເງິນ 5 ລ້ານກີບ ເພື່ອເປັນຄ່າໃຊ້ຈ່າຍຊື້ອຸປະກອນລໍ້ເລື່ອນ ລໍ້ຍູ້ ອຸປະກອນການສຶກສາ ຄ່າໃຊ້ຈ່າຍເວລາເຈັບເປັນປິ່ນປົວນອນໂຮງໝໍ ແລະ ໃຊ້ໃນການເຜີຍແຜ່ຂໍ້ມູນຂ່າວສານວຽກງານການພັດທະນາຄົນພິການ ລວມທັງການບໍລິຫານພາຍໃນອົງກອນຂອງສະມາຄົມຄົນພິການແຫ່ງຊາດລາວ.

    ພິທີມອບ ຈັດຂຶ້ນທ້າຍເດືອນສິງຫາ 2021 ທີ່ບໍລິສັດ ລັດວິສາຫະກິດຫວຍພັດທະນາ ສໍານັກງານໃຫຍ່ຕັ້ງຢູ່ບ້ານທົ່ງຂັນຄຳ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ກ່າວມອບໂດຍທ່ານ ນາງ ແກ້ວຄູນມີ ກົມມະເມືອງ ຮອງຜູ້ອຳນວຍການບໍລິສັດ ລັດວິສາຫະກິດຫວຍພັດທະນາ ແລະ ກ່າວຮັບໂດຍທ່ານ ສຳນຽງ ທຳມະວົງ ຜູ້ອຳນວຍການສະມາຄົມຄົນພິການແຫ່ງຊາດລາວ ມີ​ພາກສ່ວນ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

    ທ່ານ ນາງ ແກ້ວຄູນມີ ກົມມະ​ເມືອງ ​ໄດ້​ກ່າວ​ວ່າ: ບໍລິສັດ ລັດ​ວິ​ສາ​ຫະກິດ​ຫວຍ​ພັດທະນາ ​ເປັນ​ທຸລະ​ກິດ​ຂອງ​ລັດ ​ແລະ ກໍ​ເປັນ​ຫົວໜ່ວຍ​ທຸລະ​ກິດ​ໜຶ່ງ ​ໃນ​ຜ່ານ​ມາ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃນ​ການ​ຊ່ວຍ​ເຫຼືອ​ສັງຄົມ​ລາວ ​ໂດຍ​ການບິ​ແບ່ງ​ເອົາ​ຜົນ​ກຳ​ໄລ​ທີ່​ໄດ້​ຈາກ​ການ​ດຳ​ເນີນ​ທຸລະ​ກິດ​ໄປ​ຊ່ວຍ​ເຫຼືອ ​ແລະ ການ​ຊ່ວຍ​ເຫຼືອ​ສະມາຄົມ​ຄົນ​ພິການ​ແຫ່ງ​ຊາດ​ລາວ​ຄັ້ງ​ນີ້ ກໍ​ເປັນ​ການ​ປະກອບສ່ວນ ​ເຖິງ​ວ່າ​ມູນ​ຄ່າມັນ​ບໍ່ຫຼວງ​ຫຼາຍ​ ແຕ່​ກໍ​ເປັນ​ນໍ້າ​ຈິດ​ນໍ້າ​ໃຈ​ຂອງ​ຜູ້​ບໍລິຫານ ​ແລະ ພະນັກງານ​ຂອງ​ບໍລິສັດ ​ແລະ ​ໂອກາດ​ໜ້າ ​ຖ້າ​ມີ​ເງື່ອນ​ໄຂ ​ຈະ​ສືບ​ຕໍ່​ໃຫ້ການ​ຊ່ວຍ​ເຫຼືອ​ຕື່ມ​ອີກ.

   ​ໂອກາດ​ນີ້ ທ່ານຜູ້ອຳນວຍການສະມາຄົມຄົນພິການແຫ່ງຊາດລາວ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ມາ​ຍັງ​ບໍລິສັດ ລັດ​ວິ​ສາ​ຫະກິດ​ຫວຍ​ພັດ​ທະນາ ທີ່​ໄດ້​ປະກອບສ່ວນ​ຊ່ວຍ​ເຫຼືອ​ສະມາຄົມ​ຄັ້ງ​ນີ້ ​ແລະ ຈະ​ໃຊ້​ເງິນ​ດັ່ງກ່າວ​ຢ່າງ​ຖືກ​ເ​ປົ້າໝາຍ ​ແລະ ມີ​ປະສິດທິ​ຜົນ​ສູງ​ສຸດ.

  # ຂ່າວ – ຮູບ: ສົມສະຫວັນ

error: Content is protected !!