ເປີດທົດລອງນຳໃຊ້ລະບົບບໍລິຫານທ່າບົກທ່ານາແລ້ງ

    ພາຍຫຼັງທີ່ໄດ້ວາງສີລາລືກກໍ່ສ້າງໂຄງການພັດທະນາທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກ ຄົບວົງຈອນ ນະຄອນຫຼວງວຽງຈັນ ໃນຕົ້ນເດືອນກໍລະກົດ 2020 ມາຮອດປັດຈຸບັນ ໃນຂົງເຂດຂອງທ່າບົກທ່ານາແລ້ງ ໄດ້ເປີດທົດລອງນໍາໃຊ້ລະບົບບໍລິຫານຂອງທ່າບົກທ່ານາແລ້ງ ເພື່ອເປັນການສົ່ງສັນຍານໃຫ້ສາກົນໄດ້ຮັບຮູ້ ພ້ອມທັງເພື່ອການເປັນເຊື່ອມໂຍງ ເຊື່ອມຈອດ ພາກພື້ນ ແລະ ສາກົນ ສ້າງຄວາມໝັ້ນໃຈໃຫ້ກັບນັກລົງທຶນທີ່ຈະມາລົງທຶນ ແລະ ໃຊ້ບໍລິການໃນເຂດຂອງໂຄງການ.

    ພິທີເປີດທົດລອງນໍາໃຊ້ລະບົບບໍລິຫານທ່າບົກທ່ານາແລ້ງ ຈັດຂຶ້ນວັນທີ 7 ກັນຍາ 2021 ໃນເຂດໂຄງການພັດທະນາທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກຄົບວົງຈອນ ນະຄອນຫຼວງວຽງຈັນ ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມີທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ວຽງຈັນໂລຈິສຕິກພາກ ຈຳກັດ ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານກໍາມະການຍຸດທະສາດ ແລະ ການວາງແຜນບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ ທ່ານ ສີລາ ວຽງແກ້ວ ຮອງປະທານກຳມະການບໍລິຫານການຄ້າ ແລະ ລະບຽບການບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ ພ້ອມດ້ວຍພະນັກງານບໍລິສັດ ວຽງຈັນໂລຈິສຕິກພາກ ຈໍາກັດ ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂອງເຂົ້າຮ່ວມ.

    ທ່າບົກທ່ານາແລ້ງ ແມ່ນນອນຢູ່ໃນແຜນຍຸດທະສາດພັດທະນາໂລຈິສຕິກຂອງລັດຖະບານລາວ ໃນການຫັນປ່ຽນປະເທດລາວເປັນປະເທດເຊື່ອມໂຍງເຊື່ອມຈອດພາກພື້ນ ແລະ ສາກົນ ເຊິ່ງໃນດໍາລັດວ່າດ້ວຍທ່າບົກ ໄດ້ກໍານົດຈຸດປະສົງໃຫ້ທ່າບົກເປັນສາງການບໍລິການດ້ານຄົມມະນາຄົມໃຫ້ສະດວກ ວ່ອງໄວ ປອດໄພໂລ່ງລ່ຽນ ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ ເຊິ່ງທ່າບົກທ່ານາແລ້ງ ເປັນດ່ານຊາຍແດນສາກົນໃນການຂົນສົ່ງສິນຄ້າຂ້າມແດນ ແລະ ເປັນທ່າບົກປະເພດໜຶ່ງທີ່ມີບໍລິການຄົບຊຸດ ສາມາດບໍລິການຕາມຈຸດປະສົງຂ້າງເທິງ.

   ໂອກາດນີ້ ທ່ານ ວຽງສະຫວັດ ສີພັນດອນ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ໂຄງການທ່າບົກທ່ານາແລ້ງ ກໍຄືບໍລິສັດ ວຽງຈັນ ໂລຈິສຕິກພາກ ຈຳກັດ ທີ່ໄດ້ໃຊ້ເວລາພຽງແຕ່ 9 ເດືອນໃນການກໍ່ສ້າງຈົນມີຄວາມສຳເລັດຫຼາຍກວ່າ 90% ແລະ ໄດ້ເຮັດການທົດລອງເປີດນຳໃຊ້ລະບົບບໍລິຫານຂອງທ່າບົກທ່ານາແລ້ງ ເພື່ອກຽມຄວາມພ້ອມໃຫ້ແກ່ການເປີດຢ່າງເປັນທາງການໃນເດືອນພະຈິກທີ່ຈະມາເຖິງນີ້ ພ້ອມນີ້ ທ່ານລັດຖະມົນຕີ ຍັງກ່າວພ້ອມທີ່ຈະສືບຕໍ່ຊຸກຍູ້ ສະໜັບສະໜູນວຽກງານທີ່ກ່ຽວຂ້ອງຂອງໂຄງການໃຫ້ປະສົມຜົນສຳເລັດໃນຕໍ່ໜ້າ.

# ຂ່າວ – ຮູບ: ສົມສະຫວັນ

error: Content is protected !!