ມອບເງິນຊ່ວຍເຫຼືອຕ້ານ-ສະກັດກັ້ນເຊື້ອພະຍາດໂຄວິດ-19

    ວັນທີ 9 ກັນຍາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ພຣະອາຈານ ປອ ພວງປະເສີດ ພູມະວົງ ເຈົ້າອະທິການວັດອົງຕື້ ຜູ້ອໍານວຍການວິທະຍາໄລສົງອົງຕື້ ພ້ອມດ້ວຍຄະນະສົງ ແລະ ອອກຕົນຍາດໂຍມ ໄດ້ເຂົ້າມອບເງິນ 40 ລ້ານກີບ ໃຫ້ຄະນະສະເພາະກິດປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອໂຄວິດ-19 ນະຄອນຫຼວງວຽງຈັນ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຮັບໂດຍທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ມີຄະນະສະເພາະກິດ ຜູ້ຕາງໜ້າອົງການ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມ.

    ໂອກາດດັ່ງກ່າວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ສະແດງຄວາມຂອບໃຈຕໍ່ເຈົ້າອະທິການວັດ ແລະ ຄະນະສົງ ທີ່ໄດ້ມອບເງິນຊ່ວຍເຫຼືອໃຫ້ຄະນະສະເພາະກິດຂອງນະຄອນຫຼວງວຽງຈັນ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ ສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃນຄັ້ງນີ້ ເຊິ່ງເງິນທີ່ໄດ້ຮັບການຊ່ວຍເຫຼືອດັ່ງກ່າວ ຈະນໍາໃຊ້ໃຫ້ຖືກກັບເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ.

# ຂ່າວ & ຮູບ :  ວຽງມາ

error: Content is protected !!