ເປີດສູນບໍລິການຂໍ້ມູນສໍາລັບຊ່ວຍເຫຼືອແຮງງານລາວທີ່ກັບມາຈາກຕ່າງປະເທດ

    ພິທີຖະແຫຼງຂ່າວ ເປີດສູນບໍລິການຂໍ້ມູນສໍາລັບຊ່ວຍເຫຼືອແຮງງານລາວທີ່ກັບມາຈາກຕ່າງປະເທດ ຈັດຂຶ້ນວັນທີ 9 ກັນຍາ 2021 ທີ່ເຮືອນຮັບແຂກກະຊວງຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມຖະແຫຼງຂ່າວໂດຍທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານນາງ ອານຸສອນ ຄໍາສິງສະຫວັດ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ທ່ານ ໄທ ແສງອາລຸນ ຮອງຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ມີຕາງໜ້າຈາກບັນດາກະຊວງ ພະແນກການ ແລະ ບໍລິສັດຈັດຫາງານທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ພົງໄຊສັກ ອິນຖາລາດ ກ່າວວ່າ: ດັ່ງທີ່ພວກເຮົາຮັບຮູ້ນໍາກັນແລ້ວວ່າ ຈໍານວນແຮງງານລາວທີ່ກັບຈາກຕ່າງປະເທດ ມາຮອດປັດຈຸບັນ ມີຫຼາຍກວ່າ 200.000 ຄົນ ແຮງງານລາວທີ່ກັບມາ ກໍລ້ວນມີປະສົບການເຮັດວຽກໃນຫຼາກຫຼາຍຂະແໜງ ການ ທັງຂະແໜງປູກຝັງ-ລ້ຽງສັດ ການປະມົງ ອຸດສະຫະກໍາປຸງແຕ່ງອາຫານ ກໍ່ສ້າງ ການຄ້າຂາຍຍ່ອຍ ແມ່ບ້ານໃນໂຮງແຮມ ເຮືອນພັກ ແລະ ອື່ນໆ ແຕ່ການກັບຄືນປະເທດແບບບໍ່ໄດ້ວາງແຜນ ເຮັດໃຫ້ເຂົາເຫຼົ່ານັ້ນພົບພໍ້ຫຼາຍບັນຫາ ເພາະໃນຄວາມຄາດຫວັງທີ່ຈະກັບຄືນໄປເຮັດວຽກຢູ່ຕ່າງປະເທດຂອງພວກເຂົາເຫຼົ່ານັ້ນ ຍັງມີຫຼາຍຄວາມສ່ຽງ ໂດຍສະເພາະສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຍັງສຶບຕໍ່ແຜ່ລາມ ແລະ ບໍ່ມີທ່າທີ່ຈະຫຼຸດລົງ ເສດຖະກິດຂອງປະເທດປາຍທາງມີສະພາວະຖົດຖອຍ ຫຼາຍຫົວໜ່ວຍແຮງງານໄດ້ຮັບຜົນກະທົບ ແລະ ໄດ້ຫຼຸດຜ່ອນຈໍານວນແຮງງານ ບາງໂຮງຈັກໂຮງງານ ໂຮງແຮມ ແລະ ຮ້ານອາຫານໄດ້ປິດໂຕ ບັນຫາດັ່ງກ່າວ ໄດ້ແຜ່ລາມໄປຮອດທຸກຂົງເຂດ ລວມທັງຂະແໜງການປູກຝັງ ລ້ຽງສັດ ແລະ ການປະມົງ ພ້ອມກັນນັ້ນ ການຮັບເຂົ້າເຮັດວຽກໃນສະຖານທີ່ຕ່າງໆມີຫຼາຍເງື່ອນໄຂໃໝ່ເກີດຂຶ້ນ ບັນຫາດັ່ງກ່າວ ໄດ້ສ້າງຜົນກະທົບຢ່າງໃຫຍ່ຫຼວງໃຫ້ແກ່ແຮງງານທີ່ກັບມາ ເຂົາເຫຼົ່ານັ້ນບໍ່ສາມາດຊອກຫາລາຍຮັບ ຂາດຂໍ້ມູນໃນການກັບເຂົ້າສູ່ຕະຫລາດແຮງງານ ດ້ວຍຄວາມພະຍາຍາມຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນການຊ່ວຍເຫຼືອບັນດາແຮງງານລາວທີ່ກັບຈາກຕ່າງປະເທດ ຈຶ່ງໄດ້ອະນຸມັດສ້າງສູນບໍລິການຂໍ້ມູນສໍາລັບຊ່ວຍເຫຼືອແຮງງານລາວທີ່ກັບມາຈາກຕ່າງປະເທດ ເພື່ອເປັນອີກ 1 ຊ່ອງທາງໃນການຊ່ວຍເຫຼືອແຮງງານລາວໃຫ້ສາມາດກັບເຂົ້າສູ່ຕະຫຼາດແຮງງານ ມີຂໍ້ມູນທີ່ເປັນທາງເລືອກໃນການປະກອບອາຊີບ ແລະ ເຂົ້າຮັບການພັດທະນາສີມືແຮງງານຄືນໃໝ່ ແນໃສ່ໃຫ້ແຮງງານດັ່ງກ່າວ ໄດ້ມີລາຍຮັບເພື່ອລ້ຽງດູຕົນເອງ ແລະ ຄອບຄົວ ສູນດັ່ງກ່າວຈະເຮັດໜ້າທີ່ໃນການຊອກຫາຂໍ້ມູນຕໍາແໜ່ງງານວາງນໍາບັນດາບໍລິສັດ ໂຮງຈັກໂຮງງານ ໂຄງການລົງທຶນ ລວມໄປເຖິງຄົວເຮືອນ ເພື່ອເກັບກໍາລາຍລະອຽດຕ່າງໆ ເຊັ່ນ: ເງິນເດືອນ ສະຫວັດດີການ ເງື່ອນໄຂການສະໝັກ ແລະ ອື່ນໆ ເພື່ອນໍາໄປເຜີຍແຜ່ໃຫ້ຜູ້ຊອກວຽກ ໂດຍສະເພາະແຮງງານທີ່ຢູ່ພາຍໃນສູນຈໍາກັດບໍລິເວນ ເພື່ອຊ່ວຍເຫຼືອໃຫ້ແກ່ເຂົາເຫຼົ່ານັ້ນມີຂໍ້ມູນ ແລະ ສາມາດກຽມໂຕເພື່ອເຂົ້າສະໝັກສໍາພາດ ແລະ ປະກອບອາຊີບຕາມທັກສະສີມືຂອງຕົນ ພາຍຫຼັງອອກຈາກສູນຈໍາກັດບໍລິເວນດັ່ງກ່າວນັ້ນຢ່າງວ່ອງໄວ ແລະ ທັນການ.

    ນອກຈາກການເກັບກໍາຕໍາແຫນ່ງງານວ່າງໃຫ້ແກ່ແຮງງານແລ້ວ ທາງສູນກໍໄດ້ປະສານງານຫາແຕ່ລະແຂວງ ເພື່ອເກັບກໍາຂໍ້ມູນຊີວະປະຫວັດຜູ້ຕ້ອງການສະໝັກວຽກ ຜູ້ຕ້ອງການປະກອບອາຊີບອິດສະຫຼະ ແລະ ຜູ້ຕ້ອງການເຝິກສີມືແຮງງານ ເພື່ອນໍາມາສະໜອງໃຫ້ຜູ້ຕ້ອງການແຮງງານ ສາມາດຕິດຕໍ່ ເລືອກເຟັ້ນ ແຮງງານທີ່ຕົນຕ້ອງການ ໂດຍແນໃສ່ແກ້ໄຂບັນຫາການວ່າງງານ ແລະ ສະພາບຕະຫຼາດແຮງງານໃນປັດຈຸບັນ.

    ຈາກຂໍ້ມູນລາຍງານຫຼ້າສຸດຂອງສູນນັບແຕ່ວັນທີ 30 ສິງຫາ-8 ກັນຍາ 2021 ພະນັກງານຂອງສູນສາມາດປະສານຂໍຂໍ້ມູນໄດ້ 165 ຫົວໜ່ວຍແຮງງານ ມີ 416 ຕໍາແໜ່ງງານ ຕ້ອງການແຮງງານ 1.861 ຄົນ ຂໍ້ມູນທີ່ໄດ້ມານີ້ ແມ່ນຍັງເປັນສ່ວນນ້ອຍຈາກຂໍ້ມູນທັງໝົດໃນຕະຫຼາດແຮງງານ ເຊິ່ງປາສະຈາກບໍ່ໄດ້ ທີ່ຕ້ອງການຄວາມຊ່ວຍເຫຼືອ ການຮ່ວມມືຈາກສື່ຕ່າງໆທັງພາກລັດ ແລະ ເອກະຊົນ ລວມທັງອົງການຈັດຕັ້ງສາກົນ ໃນການໂຄສະນາປະຊາສໍາພັນຮຽກຮ້ອງມາຍັງແຮງງານ ຮ້າງຮ້ານ ບໍລິສັດ ໂຮງຈັກໂຮງງານ ໂຄງການລົງທຶນ ນໍາໃຊ້ການບໍລິການຂອງສູນຜ່ານທາງເບີໂທສາຍດ່ວນ 1535 Page Facebook Whatsapps Line ID ເພື່ອເຮັດໃຫ້ສູນດັ່ງກ່າວມີຄວາມເຂັ້ມແຂງ ໄດ້ມີຂໍ້ມູນສະໜອງໃຫ້ແຕ່ລະຝ່າຍ ແລະ ພາກສ່ວນຕ່າງໆຢ່າງເປັນປົກກະຕິ.

# ຂ່າວ & ຮູບ :  ວຽງມາ

error: Content is protected !!