LaoVietBank ມອບເຄື່ອງຊ່ວຍເຫຼືອແກ່ປະຊາຊົນນະຄອນໄກສອນ ພົມວິຫານ

    LaoVietBank ສາຂາສະຫວັນນະເຂດ ໃຫ້ກໍາລັງໃຈເຈົ້າໜ້າທີ່ ແລະ ຊ່ວຍເຫຼືອປະຊາຊົນນະຄອນໄກສອນ ພົມວິຫານ ຜູ້ກຳລັງໄດ້ຮັບຄວາມຫຍຸ້ງຍາກຈາກຜົນກະທົບຂອງພະຍາດລະບາດໂຄວິດ-19 ເພື່ອແນໃສ່ຊ່ວຍເຫຼືອກອງກຳລັງເຈົ້າໜ້າທີ່ໆປະຕິບັດວຽກງານໃນການປ້ອງກັນ ແລະ ສະກັດກັ້ນພະຍາດລະບາດ ແລະ ຊ່ວຍເຫຼືອບັນດາຄອບຄົວທີ່ກຳລັງໄດ້ຮັບຜົນກະທົບຈາກໂຄວິດ-19.

    ວັນທີ 6 ກັນຍາ 2021 ທະນາຄານຮ່ວມທຸລະກິດ ລາວ – ຫວຽດ ຈໍາກັດ (LaoVietBank) ໄດ້ມອບເຄື່ອງຊ່ວຍເຫຼືອອຸປະເພດເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງຄື: ເຂົ້າສານ ໝີ່ສໍາເລັດຮູບ ໄຂ່ໄກ່ ວິຕາມິນຊີ ນົມ ແລະ ນໍ້າດື່ມ ໃຫ້ກັບແຕ່ລະຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກດ້ວຍຕົນເອງໄປຍັງ 3 ບ້ານໃນເຂດນະຄອນໄກສອນ ພົມວິຫານ  ລວມມີ 34 ຄອບຄົວ  ຢູ່ບ້ານໂພນສະຫວ່າງໃຕ້ ບ້ານ ຫົວເມືອງເໜືອ ບ້ານຫົວເມືອງໃຕ້ ແລະ ບັນດາຈຸດກວດກາເຂົ້າ – ອອກນະຄອນ ບັນດາຈຸດກວດຢູ່ເຂດບ້ານແດງລວມ 17 ຈຸດ.

    ໃນໄລຍະທີ່ຜ່ານມາ LaoVietBank ສາຂາສະຫວັນນະເຂດ ກໍ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ທຸກພາກສ່ວນກ່ຽວຂ້ອງມາໂດຍຕະຫຼອດ ໂດຍສະເພາະແມ່ນພະນັກງານເຮັດໜ້າທີ່ປະຕິບັດການຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ຢູ່ບັນດາເມືອງຕ່າງໆພາຍໃນແຂວງຕ່າງໆ ແລະ ໃຫ້ການຊ່ວຍເຫຼືອບັນດາປະຊາຊົນຜູ້ທຸກຍາກຂາດເຂີນໃນແຕ່ລະທ້ອງຖິ່ນ

# ຂ່າວ & ຮູບ :  ຂັນທະວີ

error: Content is protected !!