ເຈົ້າຄອງນະຄອນຫຼວງ ຢ້ຽມຢາມເຂດກວມລວມໄຊເສດຖາ

    ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ຄວາມຄືບໜ້າເຂດພັດທະນາກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ວັນທີ 9 ກັນຍາ 2021 ຖືກຕ້ອນຮັບຈາກທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດສະເພາະນະຄອນຫຼວງວຽງຈັນ ແລະ ທ່ານ ຫຼິວ ຫູ້ ອໍານວຍການບໍລິສັດຮ່ວມທຶນລາວ-ຈີນ ຈໍາກັດ ພ້ອມຄະນະ.

    ທ່ານ ຂຽງຄໍາ ພຸດຈັນທະວົງສາ ຮອງອໍານວຍການບໍລິສັດຮ່ວມທຶນລາວ-ຈີນ ຈໍາກັດ ໄດ້ລາຍງານໃຫ້ຮູ້ວ່າ: ເຂດພັດທະນາກວມລວມໄຊເສດຖາ ໄດ້ສໍາເລັດການພັດທະນາໄລຍະໜຶ່ງ ເປັນຕົ້ນ ສໍາເລັດການກໍ່ສ້າງພື້ນຖານໂຄງລ່າງເຊັ່ນ: ຖະໜົນ ນໍ້າປະປາ ໄຟຟ້າ ສື່ສານ ຫ້ອງການພາສີ ແລະ ສິ່ງອໍານວຍຄວາມສະດວກອື່ນໆ ປັດຈຸບັນ ກຳລັງສຸມໃສ່ກໍ່ສ້າງເຂດການຄ້າ-ການທ່ອງທ່ຽວ ແລະ ເຂດຕົວເມືອງໃໝ່ນະຄອນຫຼວງວຽງຈັນໄລຍະທີສອງ ເພື່ອເປັນການປັບປຸງສິ່ງອໍານວຍງາມສະດວກຂອງໂຄງລ່າງພື້ນຖານ ໃນໄລຍະການແຜ່ລະບາດພະຍາດໂຄວິດ-19 ເຂດພັດທະນາກວມລວມໄຊເສດຖາໄດ້ປະຕິບັດຕາມແຈ້ງການຂອງລັດຖະບານທີ່ໄດ້ວາງອອກແຕ່ລະໄລຍະຢ່າງເຂັ້ມງວດ ພ້ອມນັ້ນ ກໍໄດ້ພົບຄວາມຫຍຸ້ງຍາກຫຼາຍຢ່າງເຊັ່ນ: ວັດສະດຸການກໍ່ສ້າງຈໍານວນໜຶ່ງທີ່ຮັບໃຊ້ການກໍ່ສ້າງໂຄງການຂອງເຂດທີ່ນໍາເຂົ້າຈາກ ສປ ຈີນ ໄດ້ຮັບຜົນກະທົບຈາກການຂົນສົ່ງສິນຄ້າ ວັດສະດຸບາງສ່ວນຈໍາເປັນຕ້ອງມີການສັ່ງລ່ວງໜ້າ ບວກກັບການແຈ້ງກວດປ່ອຍສິນຄ້າຢູ່ດ່ານມີຄວາມຫຍຸ້ງຍາກ ໄດ້ເຮັດໃຫ້ການຈັດຊື້ ແລະ ຂົນສົ່ງນໍາໃຊ້ເວລາຍາວນານ ນັກລົງທຶນທີ່ມີຄົນສົນໃຈມາລົງທຶນ ແລະ ວິສາຫະກິດທີ່ມາເບິ່ງສະຖານທີ່ຕົວຈິງຂອງເຂດໄດ້ຢຸດຊົ່ວຄາວ ສ້າງຜົນກະທົບຕໍ່ວຽກງານດຶງດູດການລົງທຶນ ໂຄງການທີ່ເຊັນສັນຍາແລ້ວ ບໍ່ສາມາດລົງມືໄດ້ ເນື່ອງຈາກໄດ້ຮັບຜົນກະທົບໃນການຂໍອະນຸຍາດເອກະສານຕ່າງໆ ພ້ອມນັ້ນ ຍັງໄດ້ສະເໜີຈໍານວນໜຶ່ງເພື່ອໃຫ້ພາກສ່ວນກ່ຽວຂ້ອງພິຈາລະນາແກ້ໄຂ ເປັນຕົ້ນ ພາຍໃນເຂດໄດ້ເກີດມີການລັກເຄື່ອງວັດສະດຸກໍ່ສ້າງ ສາຍກາບ ແລະ ອື່ນໆເປັນຈໍານວນຫຼາຍຄັ້ງ ເຮັດໃຫ້ເກີດມີຄວາມເສຍຫາຍມະຫາສານ ເຊິ່ງເປັນການເພີ່ມຕົ້ນທຶນໃນການກໍ່ສ້າງ ແລະ ມີຜົນກະທົບຕໍ່ການດຶງດູດການລົງທຶນ ສະເໜີໃຫ້ຊີ້ນໍາເພີ່ມຕື່ມກ່ຽວກັບການສ້າງຕັ້ງໜ່ວຍບໍລິການປະຕູດຽວພາຍໃນເຂດ ເພື່ອເຮັດໃຫ້ມີການຈັດຕັ້ງປະຕິບັດເປັນຮູບປະທໍາ ສະເໜີໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ອະນຸຍາດໃຫ້ບໍລິສັດທີ່ຂຶ້ນທະບຽນລົງທຶນພາຍໃນເຂດ ສາມາດເຄື່ອນໄຫວ ແລະ ດໍາເນີນການພົວພັນທຸລະກິດຢູ່ເຂດນອກໄດ້ ໂດຍເສຍພັນທະອາກອນຕາມກົດໝາຍອາກອນທີ່ກ່ຽວຂ້ອງຢ່າງຖືກຕ້ອງ ບໍລິສັດເປໂຕຣເຄມີ ລາວ ຈໍາກັດ ເປັນບໍລິສັດທີ່ລົງທຶນພາຍໃນເຂດເສດຖະກິດພິເສດ ທີ່ຄວນຈະໄດ້ຮັບນະໂຍບາຍສົ່ງເສີມຄືກັບບໍລິສັດອື່ນທີ່ລົງທຶນພາຍໃນເຂດ ແຕ່ເຫັນວ່າການຂໍອະນຸຍາດດໍາເນີນທຸລະກິດຈໍາໜ່າຍນໍ້າມັນເຊື້ອໄຟພາຍໃນປະເທດຍັງບໍ່ທັນໄດ້ຮັບອະນຸຍາດເທື່ອ.

# ຂ່າວ & ຮູບ :  ຂັນທະວີ

error: Content is protected !!