ຫຼາຍພາກສ່ວນ ທັງພາກລັດ ແລະ ເອກກະຊົນ ໄດ້ສືບຕໍ່ປະກອບສ່ວນເປັນເງິນສົດ ແລະ ອຸປະກອນການແພດຕ່າງໆມອບໃຫ້ລັດຖະບານລາວ ເພື່ອຕ້ານການແຜ່ລະບາດຂອງເຊື້ອໄວຣັສໂຄວິດ-19 ຢູ່ ສປປ ລາວ ບໍ່ໃຫ້ເພີ່ມຂຶ້ນ ແລະ ຫຼຸດລົງໂດຍໄວ.

ໃນວັນທີ 28 ເມສາ 2020 ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນ ລັດຖະມົນຕີກະຊວງການເງິນ ໄດ້ຕາງໜ້າໃຫ້ລັດຖະບານລາວ ຮັບເຄື່ອງຊ່ວຍເຫຼືອຈາກບໍລິສັດທາງລົດໄຟລາວ-ຈີນ ປະກອບມີ ຜ້າອັດປາກ 286.000 ອັນ ແລະ ເຄື່ອງວັດແທກອຸນຫະພູມ 250 ອັນ ລວມມູນຄ່າ 1.679.400.000 ກີບ ຕາງໜ້າມອບໂດຍທ່ານ ລິ ປິ່ງ ສວນ ຜູ້ອຳນວຍການໃຫຍ່ບໍລິສັດທາງລົດໄຟລາວ-ຈີນ ຈາກບໍລິສັດ ກໍ່ສ້າງ ແລະ ລົງທຶນ ແຂວງຢຸນນານ ຫຸ້ນສ່ວນຈຳກັດ ມອບເງິນສົດມູນຄ່າ 500.000.000 ກີບ ຕາງໜ້າມອບໂດຍທ່ານ ຫລິວ ຫູ້ ຫົວໜ້າຫ້ອງການ ກຸ່ມບໍລິສັດກໍ່ສ້າງ ແລະ ລົງທຶນ ແຂວງຢຸນນານ ຫຸ້ນສ່ວນຈຳກັດ ປະຈຳລາວ ທັງເປັນປະທານບໍລິສັດຮ່ວມທຶນລາວຈີນ ຈາກບໍລິສັດ ໄທເມດ (ມູນນິທິ ວິລະພຸຊົງ) ມອບເງິນສົດ ມູນຄ່າ 150.000.000 ກີບ ມອບໂດຍທ່ານ ອະນັນ ອິນທະວົງ ຕາງໜ້າບໍລິສັດ ໄທເມດ ຈາກບໍລິສັດ ສົມວັນຈະເລີນເປໂຕຣລຽມ ເຈວລີ ຈຳກັດ ມອບເງິນສົດ ມູນຄ່າ 100.000.000 ກີບ ຕາງໜ້າມອບໂດຍທ່ານ ສັນຕິ ສີດາວົງ ຮອງອຳນວຍການ ບໍລິສັດ ສົມວັນຈະເລີນເປໂຕຣລຽມ ເຈວລີ ຈຳກັດ.

ໃນໂອກາດນີ້ ທ່ານ ສົມດີ ດວງດີ ໄດ້ສະແດງຄວາມຂອບໃຈຕໍ່ບັນດາບໍລິສັດດັ່ງກ່າວ ທີ່ເຫັນຄວາມສຳຄັນ ແລະ ສະໜັບສະໜູນລັດຖະບານລາວ ໃນການຕ້ານການແຜ່ລະບາດຂອງເຊື້ອໄວຣັສໂຄວິດ-19 ຢູ່ ສປປ ລາວ ພ້ອມທັງຢືນຢັນວ່າຈະນຳເງິນດັ່ງກ່າວໄປນຳໃຊ້ເຂົ້າໃນວຽກງານດັ່ງກ່າວໃຫ້ເກີດຜົນປະໂຫຍດສູງສຸດ.

