ຕິດເຊື້ອເປັນ 0 ທີ່ລາວ ຍາວມາ 16 ວັນ ເຫຼືອພຽງຜູ້ເຝົ້າຕິດຕາມອາການແຕ່ 12 ຄົນ

ທ່ານ ພູ­ທອນ ເມືອງ​ປາກ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ຜູ້​ປະ­ຈຳ­ການ​ຄະ­ນະ​ສະ­ເພາະ​ກິດ ຖະ­ແຫຼງ​ຂ່າວ​ຕໍ່​ສື່​ມວນ​ຊົນ​ໃນ​ວັນ​ທີ 28 ເມ­ສາ 2020 ທີ່​ສູນ​ປະ­ຕິ­ບັດ​ຄະ­ນະ​ສະ­ເພາະ​ກິດ ຄວບ​ຄຸມ­ພະ​ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (COVID-19) ວ່າ: ສະ­ພາບ​ການ​ເຝົ້າ​ລະ­ວັງ COVID-19 ຢູ່ ສປປ ລາວ ຮອດ 17 ໂມງ ຂອງ​ວັນ​ທີ 27 ເມ­ສາ 2020 ຈຳ­ນວນ​ຜູ້​ເດີນ­ທາງ​ເຂົ້າ​ມາ ສປປ ລາວ ມີ​ທັງ​ໝົດ 1.493 ຄົນ ໃນ​ນັ້ນ ມີ​ຈຸດ​ຜ່ານ​ດ່ານ​ລາວ-ໄທ 838 ຄົນ (ມີ­ແຮງ​ງານ​ກັບ​ມາ​ແຕ່​ໄທ ຜ່ານ​ດ່ານ​ວັງ​ເຕົ່າ ແຂວງ​ຈຳ­ປາ​ສັກ 19 ຄົນ) ຈຸດ​ຜ່ານ​ດ່ານ​ລາວ-ຈີນ 141 ຄົນ ແລະ ຈຸດ​ຜ່ານ​ດ່ານ​ລາວ-ຫວຽດ​ມີ 514 ຄົນ ເຊິ່ງ​ທັງ​ໝົດ​ແມ່ນ​ຜູ້​ຂັບ​ລົດ​ຂົນ­ສົ່ງ​ສິນ­ຄ້າ ເຊິ່ງ​ໃນ​ທຸກ​ດ່ານ​ແມ່ນ​ໄດ້​ມີ​ການ​ກວດ​ວັດ​ອຸນ­ຫະ­ພູມ​ຮ່າງ­ກາຍ ແລະ ບໍ່​ພົບ​ວ່າ​ມີ​ຄົນ​ເປັນ­ໄຂ້.

ສະ­ເພາະ​ແຮງ​ງານ​ລາວ​ຈຳ­ນວນ 19 ຄົນ​ທີ່​ເຂົ້າ​ມາ​ໃໝ່ ຜ່ານ​ດ່ານ​ຊ່ອງ​ເມັກ ແຂວງ​ຈຳ­ປາ​ສັກ ໃນ​ນັ້ນ​ມີ​ຄົນ​ສະ­ຫວັນ​ນະ​ເຂດ 11 ຄົນ ແລະ ແຂວງ​ຈຳ­ປາ​ສັກ 08 ຄົນ ເຊິ່ງ​ປັດ­ຈຸ­ບັນ​ໄດ້​ນຳ​ສົ່ງ​ໄປ​ຈຳ­ກັດ​ບໍ­ລິ­ເວນ​ຢູ່​ສູນ​ຂອງ​ແຂວງ​ຕົນ​ຈົນ​ຄົບ​ກຳ­ນົດ 14 ວັນ.

ວຽກ​ງານ​ການ​ເຝົ້າ​ລະ­ວັງ ແລະ ວິ­ເຄາະ​ໃນ​ວັນ​ທີ 27 ເມ­ສາ 2020 ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ​ທັງ​ໝົດ 19 ຄົນ ໃນ​ນັ້ນ ຜູ້​ມີ​ອາ­ການ​ສົງ­ໄສ​ມາ​ກວດ​ຢູ່​ໂຮງ­ໝໍ 15 ຄົນ  01 ຄົນ​ແມ່ນ​ຜູ້​ຕິດ­ເຊື້ອ​ກໍ­ລະ­ນີ​ທີ 6 ທີ່​ເກັບ​ຕົວ­ຢ່າງ​ມາ​ກວດ­ຄືນ ແລະ 03 ຄົນ ແມ່ນ​ແຮງ​ງານ​ລາວ​ທີ່​ກັບ​ມາ​ຈາກ​ປະ­ເທດ​ໄທ  ໃນ​ຈຳ­ນວນ​ຜູ້​ມີ​ອາ­ການ​ສົງ­ໄສ 05 ຄົນ ທັງ​ໝົດ​ແມ່ນ​ມາ​ຈາກ​ນະ­ຄອນ­ຫຼວງ​ວຽງ​ຈັນ ສຳ­ລັບ​ແຮງ​ງານ​ລາວ​ຈຳ­ນວນ 03 ຄົນ ທັງ​ໝົດ​ແມ່ນ​ມາ​ຈາກ​ແຂວງ​ຄຳ​ມ່ວນ ເຊິ່ງ​ຜົນ​ກວດ​ທັງ​ໝົດ 19 ຄົນ ແມ່ນ​ບໍ່​ພົບ​ເຊື້ອ ໝາຍ​ຄວາມ​ວ່າ​ໃນ​ວັນ​ທີ 27 ເມ­ສາ 2020 ບໍ່​ມີ​ກໍ­ລະ­ນີ​ໃໝ່​ເພີ່ມ​ຂຶ້ນ.

ສຳ­ລັບ​ການ​ຕິດ­ຕາມ​ປີ່ນ​ປົວ​ຄົນ​ເຈັບ​ຢູ່​ໂຮງ­ໝໍ ປັດ­ຈຸ­ບັນ​ມີ​ຜູ້​ຕິດ­ເຊື້ອ​ນອນ​ຕິດ­ຕາມ​ປິ່ນ­ປົວ​ຢູ່​ໂຮງ­ໝໍ​ພຽງ​ແຕ່ 12 ຄົນ ໃນ​ນັ້ນ​ຢູ່​ໂຮງ­ໝໍ​ແຂວງ​ຫຼວງ​ພະ​ບາງ​ມີ 01 ຄົນ ເປັນ​ເພດ​ຊາຍ ເຫັນ​ວ່າ​ມີ​ອາ­ການ​ຄົງ​ຕົວ ຂັ້ນ​ເບົາ­ບາງ ແລະ ຍັງ​ຕິດ­ຕາມ​ປິ່ນ­ປົວ​ຕາມ​ອາ­ການ ແລະ  ຢູ່​ໂຮງ­ໝໍ​ມິດ­ຕະ­ພາບ ມີ 11 ຄົນ ທັງ​ໝົດ​ເຫັນ​ວ່າ​ມີ​ອາ­ການ​ເບົາ­ບາງ ແລະ ຍັງ​ຕິດ­ຕາມ​ປິ່ນ­ປົວ​ຕາມ​ອາ­ການ.

ເມື່ອ​ພວກ​ເຮົາ​ໄດ້​ສຶກ​ສາ​ສະ­ພາບ​ການ​ລະ­ບາດ​ຂອງ​ປະ­ເທດ​ໃກ້​ຄຽງ ແລະ ສະ­ພາບ​ການ​ລະ­ບາດ​ຢູ່​ໃນ​ທົ່ວ​ໂລກ ເຫັນ​ວ່າ: ມາ​ຮອດ​ເວ­ລາ 6:00 ໂມງ​ເຊົ້າ​ຂອງ​ວັນ​ທີ 28 ເມ­ສາ 2020 ທົ່ວ​ໂລກ​ມີ​ການ​ລາຍ​ງານ​ການ​ລະ­ບາດ​ທັງ​ໝົດ 210 (ປະ­ເທດ/ເຂດ) ມີ​ການ​ຢັ້ງ­ຢືນ​ຜູ້​ຕິດ­ເຊື້ອ​ພະ­ຍາດ COVID-19 ຈຳ­ນວນ 3.058.552 ຄົນ (65.290 ໃໝ່) ເສຍ​ຊິ­ວິດ 211.177 ຄົນ (4.262 ໃໝ່) ປີ່ນ​ປົວ​ຫາຍ​ດີ 919.727 ຄົນ (42.591 ໃໝ່) ຜູ້​ປິ່ນ­ປົວ​ຫາຍ​ດີ​ປະ­ຈຳ​ວັນ​ກວມ​ເອົາ 65,2 % ຂອງ​ຈຳ­ນວນ​ຜູ້​ຕິດ­ເຊື້ອ​ໃໝ່​ປະ­ຈຳ​ວັນ ແລະ ມີ​ບາງ​ປະ­ເທດ ຈຳ­ນວນ​ຜູ້​ຕິດ­ເຊື້ອ​ມື້​ດຽວ​ມີ​ເຖິງ 20.354 ຄົນ  ແລະ ເສຍ​ຊີ­ວິດ 1.211 ຄົນ ຕໍ່​ວັນ ອັດ­ຕາ​ຄວາມ​ຮ້າຍ​ແຮງ​ຂອງ​ມື້­ນີ້​ແມ່ນ​ຫຼຸດ​ລົງ 6,90 % (ມື້­ວານ​ນີ້ 6,91 %) ສະ­ເພາະ​ກຸ່ມ​ປະ­ເທດ​ອາ​ຊຽນ ຍັງ​ມີ​ບາງ​ປະ­ເທດ​ທີ່​ມີ​ອັດ­ຕາ​ການ​ຕິດ­ເຊື້ອ ແລະ ເສຍ​ຊີ­ວິດ​ສູງ​ຢູ່ ມີ​ບາງ​ປະ­ເທດ​ຕິດ­ເຊື້ອ​ໃໝ່​ໃນ​ວັນ​ທີ 28 ເມ­ສາ 2020 ນີ້ ເຖິງ 799 ຄົນ ແລະ ເສຍ​ຊີ­ວິດ​ໃນ​ມື້​ດຽວ​ຢູ່​ກຸ່ມ​ປະ­ເທດ​ອາ​ຊຽນ​ເຖິງ 34 ຄົນ.

ສະ­ນັ້ນ ຢ່າງ­ໃດ​ກໍ​ຕາມ ຈຶ່ງ​ຮຽກ­ຮ້ອງ​ໃຫ້​ພໍ່​ແມ່​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ອົງ​ການ­ຈັດ­ຕັ້ງ​ທຸກ​ພາກ­ສ່ວນ ຈົ່ງ​ສືບ­ຕໍ່​ຮ່ວມ​ມື​ເປັນ​ເຈົ້າ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຄຳ​ສັ່ງ​ເລກ​ທີ 06/ນຍ ແລະ ບັນ­ດາ​ຂໍ້​ແນະ­ນຳ​ຕ່າງໆ​ຢ່າງ​ຖືກ­ຕ້ອງ ແລະ ເຂັ້ມ​ງວດ ຈົນ​ຮອດ​ວັນ​ທີ 3 ພຶດ­ສະ­ພາ 2020.

error: Content is protected !!