ສປ ນວ ໄດ້ຮັບເຄື່ອງຊ່ວຍເຫຼືອອຸປະກອນໄອທີທັນສະໄໝ

    ວັນທີ 8 ກັນຍາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ທ່ານ ແສງຕາວັນ ຄໍາມະວົງ ຮອງປະທານບໍລິສັດ ກຸ່ມຄຳໄພຊະນະ ຈຳກັດຜູ້ດຽວ ມອບອຸປະກອນກອງປະຊຸມທາງໄກ ໃຫ້ສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສປນວ) ເຊິ່ງໃຫ້ກຽດຮັບໂດຍທ່ານ ນາງ ລຳພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ມີຕາງໜ້າສອງຝ່າຍທີ່ກ່ຽວຂ້ອງເຂົ້າຮ່ວມ.

    ເຄື່ອງທີ່ມາມອບໃຫ້ຄັ້ງນີ້ ປະກອບມີ: ໄມໂຄຣໂຟນລະບົບປະຊຸມທາງໄກ (Hinco) 1 ຊຸດ ແອັມ ແລະ ລໍາໂພງ 2 ໜ່ວຍ 1 ຊຸດ ກ້ອງ ແລະ ເຄື່ອງຄວບຄຸມໄມ ແລະ ກ້ອງ 1 ຊຸດ ຈໍໂທລະພາບອັດສະລິຍະ 43 ນິ້ວ (Samsung) 1 ໜ່ວຍ ໂປຣເຈັກເຕີ (ຍີ່ຫໍ້ Acer) 1 ໜ່ວຍ ອຸປະກອນແຈກສັນຍານ Wifi (Redmi) 1 ໜ່ວຍ ຄອມພິວເຕີຕັ້ງໂຕະ (Acer Aspire 3) 1  ໜ່ວຍ ລວມມູນຄ່າ 84.403.625 ກີບ.

    ເພື່ອເປັນການຊົມເຊີຍ ແລະ ສະແດງຄວາມຂອບໃຈບໍລິສັດດັ່ງກ່າວ ທ່ານ ຮອງປະທານ ສປ ນວ ກໍໄດ້ມອບໃບຍ້ອງຍໍໃຫ້ບໍລິສັດ ກຸ່ມຄຳໄພຊະນະ ຈຳກັດຜູ້ດຽວ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອອຸປະກອນກອງປະຊຸມທາງໄກ ເພື່ອຮັບໃຊ້ເຂົ້າໃນການເຄື່ອນໄຫວວຽກງານຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ໃຫ້ສະດວກສະບາຍຫຼາຍຂຶ້ນກວ່າເກົ່າ.

# ຮູບ & ຂ່າວ:  ວຽງມາ

error: Content is protected !!