ການລະບາດຂອງພະຍາດໂຄວິດ-19 ໄດ້ແຜ່ລາມໄປທົ່ວໂລກ ເຮັດໃຫ້ເສດຖະກິດຂອງປະເທດຕ່າງໆ ລວມທັງປະເທດລາວເຕີບໂຕຊ້າ ຄົນສ່ວນຫຼາຍໄດ້ຮັບຜົນກະທົບ ເນື່ອງຈາກພວກເຂົາບໍ່ສາມາດເຮັດວຽກ ດຳເນີນທຸລະກິດ ຫຼືຕິດຕໍ່ກັບຄົນອື່ນໄດ້ເທົ່າທີ່ຄວນ ການໃຊ້ Facebook ຈຶ່ງມີບົດບາດ ແລະ ສຳຄັນຕໍ່ຊີວິດຂອງພວກເຮົາ ໂດຍສະເພາະກຸ່ມ Facebook ເຊິ່ງເປັນບ່ອນສຳລັບກຸ່ມສົນທະນາຂະໜາດນ້ອຍ ແລະ ສຳລັບຜູ້ຄົນທີ່ຕ້ອງການສະແດງຄວາມຄິດເຫັນ ຫຼື ແບ່ງປັນສິ່ງທີ່ສົນໃຈຮ່ວມກັນ ທັງເປັນສະຖານທີ່ທີ່ອະນຸຍາດໃຫ້ຜູ້ຄົນມາເຕົ້າໂຮມກັນໃນເຫດຜົນ ບັນຫາ ຫຼື ກິດຈະກຳຕ່າງໆທີ່ຄ້າຍຄືກັນ ເພື່ອຈັດຕັ້ງ ສະແດງອອກ ແລະ ປຶກສາຫາລືກ່ຽວກັບມຸມມອງຂອງພວກເຂົາທີ່ມີຕໍ່ເລື່ອງດັງກ່າວ ເຊິ່ງການໃຊ້ກຸ່ມອອນລາຍ ນັບເປັນໜຶ່ງໃນຫົນທາງທີ່ດີທີ່ສຸດໃນການສື່ສານກັນໃນໄລຍະພະຍາດລະບາດນີ້.

ປີ 2019 ກຸ່ມ Facebook “ແມ່ລູກອ່ອນ” ໄດ້ສ້າງຕັ້ງຂຶ້ນເທິງ Facebook Group ເພື່ອສ້າງພື້ນທີ່ໃຫ້ບັນດາແມ່ໆ ສາມາດແບ່ງປັນຂໍ້ມູນກ່ຽວກັບການເປັນພໍ່-ແມ່ ເພື່ອຊ່ວຍ ແລະ ສົ່ງເສີມເຊິ່ງກັນ ແລະ ກັນໃນການລ້ຽງລູກໃຫ້ຖືກຕ້ອງຕາມຫຼັກອະນາໄມຂອງທັງແມ່ ແລະ ລູກ.
ຜູ້ຄວບຄຸມກຸ່ມ Facebook “ແມ່ລູກອ່ອນ” ກ່າວວ່າ: ຕົນຢາກສ້າງກຸ່ມທີ່ແມ່ສາມາດແລກປ່ຽນປະສົບການ ແລະ ເພີ່ມຄວາມຮູ້ໃນການເປັນພໍ່-ແມ່ ທີ່ພໍ່-ແມ່ມືໃໝ່ອາດຍັງບໍ່ທັນຮູ້ ບາງຄັ້ງ ຜູ້ຍິງກໍຮູ້ສຶກອາຍທີ່ຈະສື່ສານແບບເຊິ່ງໜ້າ ແລະ ຕົນກໍເຂົ້າໃຈວ່າ ການເປັນທັງແມ່ ແລະ ພັນລະຍາທີ່ດີ ມັນບໍ່ງ່າຍສະເໝີໄປ ພວກເຮົາຈຶ່ງໃຊ້ສະຖານທີ່ນີ້ເພື່ອຜ່ອນຄາຍ ແລະ ສົນທະນາກັນຢ່າງເປີດໃຈ ເຊິ່ງກຸ່ມ Facebook ໄດ້ໃຫ້ພື້ນທີ່ທີ່ພວກເຮົາສາມາດສື່ສານກັນໄດ້ແບບອອນລາຍ ເຖິງວ່າພວກເຮົາຈະຢູ່ຄົນລະສະຖານທີ່ກັນໃນປະເທດລາວ ນອກນີ້ ຍັງໄດ້ຈັດການຊ່ວຍເຫຼືອຊຸມຊົນ ໂດຍການອະນຸຍາດໃຫ້ສະມາຊິກສາມາດເຮັດການຄ້າຂາຍເລັກໆນ້ອຍໆພາຍໃນກຸ່ມ ເພື່ອຊ່ວຍແບ່ງເບົາໃຫ້ບັນດາແມ່ໆໄດ້ເພີ່ມໂອກາດໃນການສ້າງລາຍຮັບສຳລັບການໃຊ້ຈ່າຍໃນຄອບຄົວ ໃນນີ້ ໄດ້ອະນຸຍາດໃຫ້ສະມາຊິກສາມາດໂຄສະນາສິນຄ້າຂອງພວກເຂົາພາຍໃນກຸ່ມໄດ້ 1 ຄັ້ງຕໍ່ວັນ.
ຜູ້ຄວບຄຸມກຸ່ມ Facebook “ແມ່ລູກອ່ອນ” ກ່າວຕື່ມອີກວ່າ: ຕົນບໍ່ຕ້ອງການໃຫ້ກຸ່ມມີຈຸດປະສົງດ້ານການຄ້າ ແຕ່ເພື່ອຊ່ວຍເຫຼືອ ແລະ ສົ່ງເສີມກັນສຳລັບລາຍຈ່າຍໃນຄອບຄົວໃນໄລຍະນີ້ ຈຶ່ງຄິດວ່າມັນເປັນທາງເລືອກທີ່ດີໃນການຊ່ວຍເຫຼືອຊຸມຊົນຂອງພວກເຮົາ ຕົນພະຍາຍາມສ້າງ ແລະ ພັດທະນາກຸ່ມ ເພື່ອຮັບປະກັນວ່າຜູ້ຄົນຈະຮູ້ສຶກປອດໄພໃນການຮຽນຮູ້ສິ່ງ ໃໝ່ໆ ແລະ ແບ່ງປັນຄວາມຄິດເຫັນຢ່າງສ້າງສັນ ເພື່ອຊ່ວຍເຫຼືອບັນດາແມ່ໆນໍາກັນ ລວມເຖິງລູກນ້ອຍ ໃຫ້ພວກເຂົາເຕີບໃຫຍ່ຢ່າງແຂງແຮງ ທັງຮ່າງກາຍ ແລະ ຈິດໃຈ ການໄດ້ເຫັນຄົນດີໃນສັງຄົມແນວໃດ ກໍດີກວ່າການເຫັນປະກົດການຫຍໍ້ທໍ້ໃນສັງຄົມ ເຖິງວ່າພວກເຮົາຈະບໍ່ສາມາດຊ່ວຍເຫຼືອກັນທາງການເງິນ ແຕ່ການໃຫ້ຄຳແນະນຳ ແລະ ກຳລັງໃຈ ກໍເປັນສິ່ງທີ່ມີຄ່າສຳລັບຄົນທີ່ຕ້ອງການຄຳແນະນຳເຊັ່ນກັນ ຕົນຮູ້ສຶກດີໃຈຫຼາຍທີ່ Facebook ເຮັດໃຫ້ຜູ້ຄົນທີ່ຢູ່ສະຖານທີ່ຕ່າງໆສາມາດເຊື່ອມຕໍ່ກັນໄດ້ ແລະ ສ້າງສະຖານທີ່ທີ່ໃຫ້ບັນດາແມ່ໆມີອິດສະຫຼະໃນການເວົ້າ ແລະ ປຶກສາຫາລືກ່ຽວກັບຫົວຂໍ້ທີ່ມີຄວາມລະອຽດອ່ອນ ເພື່ອຊອກຫາທາງອອກທີ່ດີທີ່ສຸດນຳກັນ.
# ຮູບ & ຂ່າວ: ສະບາໄພ