ມື້ນີ້ ນວ ກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ ຈຳນວນ 7 ຄົນ

    ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ໂຄວິດ-19 ຖະແຫຼງຂ່າວປະຈຳວັນທີ 8 ກັນຍາ 2021 ຢູ່ກະຊວງສາທາລະນະສຸກ ກ່ຽວກັບການແຜ່ບາດຂອງພະຍາດໂຄວິດ-19  ຢູ່ ສປປ ລາວ ແລະ ທົ່ວໂລກ.

    ໃນວັນທີ 7 ກັນຍາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດໂຄວິດ-19 ທັງໝົດ 5.385 ຕົວຢ່າງ ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 211 ຄົນ ໃນນີ້ ຕິດເຊື້ອໃນຊຸມຊົນຈຳນວນ 77 ຄົນ ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ ເຊິ່ງກໍລະນີນຳເຂົ້າມີຈຳນວນ 134 ຄົນ ຈາກແຂວງສະຫວັນນະເຂດ 53 ຄົນ ຈຳປາສັກ 15 ຄົນ ນະຄອນຫຼວງວຽງຈັນ 16 ຄົນ ສາລະວັນ 34 ຄົນ ຄຳມ່ວນ 10 ຄົນ ແລະ ແຂວງຫຼວງພະບາງ 6 ຄົນ ເຊິ່ງກວດພົບຈາກແຮງງານລາວ ແລະ ຜູ້ທີ່ເດີນທາງມາຈາກປະເທດໃກ້ຄຽງ ເຂົ້າຕາມຈຸດຜ່ານແດນສາກົນ.

    ສຳລັບຜູ້ຕິດເຊື້ອໃນຊຸມຊົນຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ແມ່ນເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ຜ່ານມາ ລາຍລະອຽດດັ່ງນີ້:

    ນະຄອນຫຼວງວຽງຈັນຈຳນວນ 7 ຄົນ

  • ຈາກບ້ານດອນຕິ້ວ ເມືອງໄຊທານີ 1 ຄົນ
  • ບ້ານໄຊ ເມືອງໄຊທານີ 1 ກໍລະນີ (ມາຈາກແຂວງບໍ່ແກ້ວ ກັກໂຕຢູ່ສູນປາກງື່ມ)
  • ບ້ານຊຽງດາ ເມືອງໄຊເສດຖາ 1 ຄົນ ມີອາການໄລຍະກັກຕົວ
  • ບ້ານອ່າງໃຫ່ຍ 3 ຄົນ ເປັນຜູ້ສຳຜັດກັບຜູ້ຕິດເຊື້ອຜ່ານມາ
  • ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ 1 ຄົນ ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາເຊັ່ນກັນ.
  • ແຂວງຄໍາມ່ວນ 30 ຄົນ ປັດຈຸບັນ ກຳລັງເກັບກຳຂໍ້ມູນຄົນເຈັບຕິດເຊື້ອທັງໝົດ ສ່ວນລາຍລະອຽດຈະແຈ້ງໃຫ້ທ່ານຊາບພາຍຫຼັງ.
  • ແຂວງຈໍາປາສັກ 16 ຄົນ (10 ຄົນແມ່ນພົວພັນກັບກຸ່ມຕິດເຊື້ອເມືອງປະທຸມພອນ 2 ຄົນແມ່ນຢູ່ນະຄອນປາກເຊ ແລະ ກຳລັງສອບຖາມຂໍ້ມູນເພີ່ມເຕີມ 6 ຄົນ).
  • ແຂວງສະຫວັນນະເຂດ 10 ຄົນ (5 ຄົນແມ່ນເຈົ້າໜ້າທີ່ຢູ່ຄ້າຍຄຸມຂັງ ພະນັກງານຂັບລົດບໍລິສັດຫຸມຄຳ 2 ຄົນ 1 ຄົນແມ່ນພະນັກງານເກັບຂີ້ເຫຍື້ອ 2 ຄົນແມ່ນປະຊາຊົນຈາກບ້ານສະພານເໜືອ ແລະ ບ້ານໂພນສະຫ່ວາງໃຕ້)
  • ແຂວງບໍ່ແກ້ວ 5 ຄົນ ໃນນີ້ ຈາກເຂດເສດຖະກິດພິເສດ 3 ຄົນ ແລະ 2 ຄົນຈາກເມືອງຫ້ວຍຊາຍ.
  • ແຂວງສາລະວັນ 7 ຄົນ ທັງໝົດເປັນຄົນໃນຄອບຄົວດຽວກັນກັບຜູ້ຕິດເຊື້ອຜ່ານມາ.
  • ແຂວງຫຼວງພະບາງ 2 ຄົນ (1 ຄົນເດີນທາງມາຈາກແຂວງບໍ່ແກ້ວ ທີ່ກັກໂຕຢູ່ສູນຈຳກັດບໍລິເວນ ແລະ 1 ຄົນແມ່ນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ).

    ສຳລັບບ້ານທີ່ຖືກກຳນົດເປັນບ້ານແດງໃໝ່ໃນນະຄອນຫຼວງວຽງຈັນ ມີທັງໝົດ 2 ບ້ານຄື: ບ້ານດອນຕີ້ວ ເມືອງໄຊທານີ ແລະ ບ້ານອ່າງໃຫ່ຍ ເມືອງສີໂຄດຕະບອງ

    ສະຖານທີ່ສ່ຽງໃນນະຄອນຫຼວງວຽງຈັນ ມີ

  • ຕະຫຼາດດົງໝາກຄາຍ
  • ຕະຫຼາດຂາຍຜັກແຄມທາງໃຫຍ່ບ້ານສະພັງມຶກ.

    ມາຮອດປັດຈຸບັນ ຢູ່ສປປ ລາວ ມີຈໍານວນຜູ້ຕິດເຊື້ອສະສົມທັງໝົດ 16.576 ຄົນ ເສຍຊີວິດຈຳນວນ 16 ຄົນ ແລະ ກໍາລັງປິ່ນປົວ 4.510 ຄົນ ເຊິ່ງທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 222.584.667 ຄົນ (ໃໜ່ 471.510 ຄົນ) ເສຍຊີວິດສະສົມ 4.597.140 ຄົນ (ໃໝ່ 7.952 ຄົນ) ແລະ ປີ່ນປົວຫາຍດີ 199.137.279 ຄົນ(ໃໝ່ 504.997 ຄົນ).

# ຮູບ & ຂ່າວ: ຊິລິການດາ

error: Content is protected !!