ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງກ່ຽວກັບສະພາບການລະບາດພະຍາດໂຄວິດ-19 ປະຈໍາວັນທີ 7 ກັນຍາ 2021 ທີ່ກະຊວງສາທາລະນະສຸກວ່າ: ວັນທີ 6 ກັນຍາ ໄດ້ເກັບຕົວຢ່າງກວດວິເຄາະທັງໝົດ 4.159 ຄົນ ໃນນັ້ນ ໄດ້ກວດພົບຜູ້ຕິດເຊື້ອໃໝ່ 307 ຄົນ ເຊິ່ງໄດ້ກວດພົບຜູ້ຕິດເຊື້ອໃນຊຸມຊົນ 86 ຄົນ ເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອໃນໄລຍະຜ່ານມາ ຈາກແຂວງຄໍາມ່ວນມີ 29 ຄົນ ໃນນີ້ ມີແພດທີ່ປະຈໍາຢູ່ສູນຈໍາກັດບໍລິເວນ 2 ຄົນ ໂພນສະຫວາດ 8 ຄົນ ຕະຫຼາດຫຼັກສາມ 1 ຄົນ ຄອບຄົວພະນັກງງານໄຟຟ້າ 3 ຄົນ ໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງ 5 ຄົນ ແລະ ຊຸມຊົນອື່ນໆ 10 ຄົນ ສໍາລັບແຂວງສະຫວັນນະເຂດຕິດເຊື້ອ 26 ຄົນ ໃນນີ້ຈາກສະຫວັນປາກ 2 ຄົນ ພະນັກງານຫ້ອງການກຸ່ມ 2 ຄົນ ຄອບຄົວພະນັກງານກຸ່ມ 1 ຄົນ ສ່ວນທີ່ເຫຼືອນັ້ນແມ່ນສໍາຜັດກັບກໍລະນີຕິດເຊື້ອຜ່ານມາ ແລະ ສ່ວນອີກທີ່ເຫຼືອທີມງານລະບາດກໍາລັງເກັບກໍາຂໍ້ມູນເພີ່ມຕື່ມ ແຂວງບໍ່ແກ້ວ 13 ຄົນ ມາຈາກເຂດເສດຖະກິດພິເສດ 3 ຫຼ່ຽມຄໍາ 11 ຄົນ ຈາກບ້ານ ຂອນແກ້ວ ເມືອງ ຫ້ວຍຊາຍ 1 ຄົນ ຈໍາປາສັກ 10 ຄົນ ມາຈາກຊຸມຊົນເຂດຫຼັກ 40 ກ່ຽວພັນກັບກຸ່ມໂຮງໝໍເມືອງປະທຸມພອນ ແຂວງສາລະວັນ 4 ຄົນ ເປັນກຸ່ມທີ່ພົວພັນກັບເຈົ້າໜ້າທີ່ໄອຍະການ ແລະ ຫ້ອງການຍຸຕິທໍາແຂວງທີ່ເຄີຍລາຍງານໃນສອງວັນຜ່ານມາ ແຂວງຫຼວງນໍ້າທາ 2 ຄົນ ຈາກບ້ານວຽງເງິນ ເມືອງຫຼວງນໍ້າທາ ພົວພັນກັບຜູ້ຕິດເຊື້ອຜ່ານມາຈາກບ້ານທົ່ງໄຈ້ເໜືອ ເມືອງນໍ້າທາ ນະຄອນຫຼວງວຽງຈັນ 1 ຄົນ ບ້ານດອນດູ່ ເມືອງຫາດຊາຍຟອງ ເປັນລູກຂອງຜູ້ຕິດເຊື້ອທີ່ໄດ້ລາຍງານວັນທີ 24 ສິງຫາຜ່ານມາ ແລະ ຫຼວງພະບາງ 1 ຄົນ ເປັນຜູ້ສໍາຜັດໃກ້ຊິດກບຜູ້ຕິດເຊື້ອມາກ່ອນ.

ສ່ວນກໍລະນີນໍາເຂົ້າ ສູງເຖິງ 221 ຄົນ ມາຈາກແຂວງສະຫວັນນະເຂດ 195 ຄົນ ຈໍາປາສັກ 14 ຄົນ ສາລະວັນ 10 ຄົນ ແລະ ຄໍາມ່ວນ 2 ຄົນ ທັງໝົດແມ່ນກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າມາຕາມຈຸດຜ່ານແດນສາກົນຕ່າງໆທີ່ຖືກອະນຸມັດ ມາຮອດປັດຈຸບັນ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 16.365 ຄົນ ເສຍຊີວິດສະສົມ 16 ຄົນ ແລະ ກໍາລັງປິ່ນປົວ 5.019 ຄົນ.

# ຮູບ & ຂ່າວ: ຂັນທະວີ