ເພື່ອຮັບປະກັນການປະຕິບັດສິດໃນການເຊື່ອຖື ຫຼືບໍ່ເຊື່ອຖືສາສະໜາຂອງພົນລະເມືອງລາວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເຕັມສ່ວນ ຕາມທີ່ໄດ້ກຳນົດໄວ້ໃນນິຕິກໍາຕ່າງໆຂອງ ສປປ ລາວ ແນໃສ່ໃຫ້ການເຄື່ອນໄຫວຂອງບັນດາການຈັດຕັ້ງສາສະໜາຫັນເຂົ້າສູ່ກົນໄກການຄຸ້ມຄອງຂອງລັດ ແລະ ມີຄວາມເປັນເອກະພາບກັນໃນທົ່ວປະເທດ.

ວັນທີ 30 ສິງຫາ ຫາ 01 ກັນຍາ 2021 ກົມຊົນເຜົ່າ ແລະ ສາສະໜາ ກະຊວງພາຍໃນ ໄດ້ຈັດກອງປະຊຸມເຜີຍແຜ່ດໍາລັດວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາຢູ່ ສປປ ລາວ ຢູ່ເມືອງຍົມມະລາດ ແຂວງຄຳມ່ວນ ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ ສົມບູນ ຄຳພູແສງ ຮອງຫົວໜ້າກົມຊົນເຜົ່າ ແລະ ສາສະໜາ ກະຊວງພາຍໃນ ທ່ານນາງ ອາລີ ບົວຈູມ ຫົວໜ້າພະແນກພາຍໃນແຂວງ ແລະ ທ່ານ ຄູນສີ ແສງດາລາ ຮອງເລຂາພັກເມືອງຍົມມະລາດ ພ້ອມດຽວກັນນັ້ນ ກໍມີພະນັກງານຈາກອົງການຈັດຕັ້ງຂອງລັດ ການຈັດຕັ້ງແຕ່ລະສາສະໜາ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນກໍໄດ້ເຂົ້າຮ່ວມ ຢ່າງພ້ອມພຽງ ຊຶ່ງກອງປະຊຸມດັ່ງກ່າວ ແມ່ນໄດ້ຮັບທຶນສະໜັບສະໜູນຈາກອົງການສັນຕິ.
ກອງປະຊຸມຄັ້ງນີ້ ໄດ້ນໍາສະເໜີເອກະສານສໍາຄັນ ປະກອບມີ ທັກສະການສ້າງຄວາມສາມັກຄີ ປະຫວັດຄວາມເປັນມາຂອງສາສະໜາທີ່ເຄື່ອນໄຫວຢູ່ ສປປ ລາວ ຄື: ສາສະໜາພຸດ ສາສະໜາຄຣິດ (ສາສະໜາກາໂຕລິກ ສູນລວມຄຣິດຕະຈັກຂ່າວປະເສີດ ຄຣິດຕະຈັກຄະນະວັນເສົາ) ສາສະໜາບາຮາຍ ແລະ ສາສະໜາອິດສະລາມ ສົນທິສັນຍາສາກົນທີ່ຕິດພັນກັບພັນທະຂອງ ສປປ ລາວ ກ່ຽວກັບສິດທິມະນຸດ ໂດຍສະເພາະທີ່ກ່ຽວພັນກັບວຽກງານສາສະໜາ ດໍາລັດວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາຢູ່ ສປປ ລາວ ສະບັບເລກທີ 315/ລບ ລົງວັນທີ 16/ພນ ສິງຫາ 2016 ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດດໍາລັດວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາ ຢູ່ ສປປ ລາວ ສະບັບເລກທີ 16 /ພນ ລົງວັນທີ 09 ພະຈິກ 2016. ກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈເພີ່ມຕື່ມ ກ່ຽວກັບທັກສະການສ້າງຄວາມສາມັກຄີ ແລະ ການຢູ່ຮ່ວມກັນໂດຍສັນຕິ ຄວາມຮູ້ພື້ນຖານຂອງແຕ່ລະສາສະໜາໃນ ສປປ ລາວ ດ້ານທີ່ຕ້ອງໄດ້ຊຸກຍູ້ສົ່ງເສີມ ແລະ ດ້ານທີ່ຕ້ອງໄດ້ເອົາໃຈໃສ່ ໃນການເຄື່ອນໄຫວສາສະໜາເພື່ອໃຫ້ຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ ທຸກການເຄື່ອນໄຫວທາງສາສະໜາ ຕ້ອງຖືກຕ້ອງກັບຫຼັກທໍາຄໍາສອນຂອງສາສະໜາ ແລະ ຖືກຕ້ອງຕາມດໍາລັດ ແລະ ລະບຽບການທີ່ກ່ຽວຂ້ອງ ການຈັດຕັ້ງທີ່ຮັບຜິດຊອບວຽກງານສາສະໜາ ຕ້ອງເພີ່ມທະວີການຕິດຕາມກວດກາ ແລະ ແກ້ໄຂບັນຫາສາສະໜາໃຫ້ຖືກຕ້ອງສອດຄ່ອງ ແລະ ມີຄວາມເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດໃນຂອບເຂດທົ່ວປະເທດ.
# ຮູບ & ຂ່າວ: ໄຊບັນດິດ