ຄະນະສະເພາະກິດແຂວງໄຊຍະບູລີ ລົງກວດກາຕິດຕາມການປະຕິບັດຄໍາສັ່ງເລກທີ 06/ນຍ ຢູ່ໂຄງການໄຟຟ້າຫົງສາ​

    ໃນວັນທີ 27 ເມສາ 2020 ທ່ານ ບຸນທຽມ ໄຊສົງຄາມ ຮອງຫົວໜ້າກົມທຸລະກິດພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ຫົວໜ້າຄະນະທີມງານສະເພາະກິດ ໄດ້ຮັບການແຕ່ງຕັ້ງໂດຍຮອງນາຍົກລັດຖະມົນຕີ ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ ແລະ ທ່ານ ຄຳຫຼ້າ ຜິວວັນນາ ເຈົ້າເມືອງຫົງສາ ໄດ້ລົງກວດຢ້ຽມຢາມໂຄງການໄຟຟ້າຫົງສາ ເພື່ອຕິດຕາມການປະຕິບັດຕາມໜັງສືແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 481/ຫສນຍ ລົງວັນທີ 15 ເມສາ 2020 ວ່າດ້ວຍການຕໍ່ເວລາ ແລະ ການແນະນໍາເພີ່ມເຕີມກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ ລົງວັນທີ 29 ມີນາ 2020.​

    ໃນໂອກາດນີ້ ທ່ານ ຄະທາຢຸດ ຊູພູນ ຜູ້ອຳນວຍການໃຫຍ່ ບໍລິສັດໄຟຟ້າ ຫົງສາ ຈຳກັດ ແລະ ຜູ້ບໍລິຫານໄດ້ໃຫ້ການຕ້ອນຮັບ ໄດ້ລາຍງານການປະຕິບັດງານ ແລະ ມາດຕະການປ້ອງກັນການແຜ່ລະບາດຂອງໄວຣັສ COVID-19 ເຊິ່ງພາຍຫຼັງການກວດຢ້ຽມ ພົບວ່າທາງບໍລິສັດໄດ້ເອົາໃຈໃສ່ປະຕິບັດຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ ແລະ ປະຕິບັດຕາມຄໍາແນະນຳຂອງຄະນະສະເພາະກິດ 9 ເງື່ອນໄຂ 6 ມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງ COVID-19 ເລກທີ 031/ສພຊ ນະຄອນຫຼວງວຽງຈັນ ວັນທີ 21 ເມສາ 2020 ຢ່າງເຂັ້ມງວດ ແລະ ມີຄວາມຮັບຜິດຊອບສູງ ໂດຍໄດ້ຮັບການຮັບຮອງຈາກຄະນະສະເພາະກິດ ປ້ອງກັນ ແລະ ຄວບຄຸມພະຍາດອັກເສບປອດ COVID-19 ຂັ້ນເມືອງ ສະບັບເລກທີ 05 / ສພກ ຫົງສາ ລົງວັນທີ 24 ເມສາ 2020 ເຊິ່ງຈະໄດ້ນໍາໄປລາຍງານລັດຖະບານຕໍ່ໄປ.

error: Content is protected !!