ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ຮູ້ກ່ຽວກັບການລະບາດພະຍາດໂຄວິດ-19 ປະຈໍາວັນທີ 4 ກັນຍາ 2021 ວ່າ: ວັນທີ 3 ກັນຍາ ໄດ້ກວດວິເຄາະຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 3.180 ຄົນໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 156 ຄົນ ໃນນີ້ຕິດຢູ່ຊຸມຊົນ 64 ຄົນ ເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ ຈາກຄໍາມ່ວນ 25 ຄົນ ຈໍາປາສັກ 20 ຄົນ ສະຫວັນນະເຂດ 6 ຄົນ ຫຼວງພະບາງ 5 ຄົນ ບໍ່ແກ້ວ 2 ຄົນ ແລະ ນະຄອນຫຼວງວຽງຈັນ 6 ຄົນໃນນີ້ 4 ຄົນ ຈາກ ບ້ານຈອມເພັດເໜືອ ເມືອງສີສັດຕະນາກມີ (03 ຄົນແມູ່ນຄອບຄົວດຽວກັນ) ແລະ ອີກ 1 ຄົນ ກໍາມະກອນ ເຊື່ອມໂຍງກັບກຸູ່ມບໍລິສັດຂົນສົ່ງທາງບົກ ທາງນໍ້າ 1 ຄົນ ຈາກບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ພົວພັນກັບຜູ້ຕິດເຊື້ອຜ່ານມາແລ້ວ 1 ຄົນ ຈາກບ້ານໜອງແວງ ເມືອງຫາດຊາຍຟອງ (ອົງການ room to read).

ສ່ວນກໍລະນີນໍາເຂົ້າ 92 ຄົນ ໃນນີ້ ຈາກສາລະວັນ 46 ຄົນ ສະຫວັນນະເຂດ 17 ຄົນ ຈໍາປາສັກ 12 ຄົນ ຫຼວງພະບາງ 7 ຄົນ ນະຄອນຫຼວງວຽງຈັນ 7 ຄົນ ຄໍາມ່ວນ 2 ຄົນ ແລະ ໄຊຍະບູລີ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົົ້າຕາມຈຸດຜ່ານແດນສາກົນ.
ປັດຈຸບັນ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 15.761 ຄົນ ເສຍຊີວິດສະສົມ 16 ຄົນ (ໃໝ່ 1 ຄົນ) ແລະ ຄົນເຈັບກໍາລັງປິີ່ນປົວທັງໝົດ 5.568 ຄົນ.
ລາຍລະອຽດຄົນເຈັບເສຍຊວິດໃໝ່: ເພດຊາຍ ອາຍຸ 31 ປີ ບ້ານໜອງເດີນ ເມືອງສອງຄອນ ແຂວງ ສະຫວັນນະເຂດ ຕິດເຊື້ອໃນວັນທີ 12 ສີງຫາ 2021 ແລະ ໄດ້ຮັບການປີີ່ນປົວ ໄລຍະປີີ່ນປົວບໍ່ມີອາການຫຍັງ ມີແຕ່ມັກເຈັບກະເພາະເປັນບາງຄັ້ງຄາວ ຮອດວັນທີີ 30 ສິງຫາ 2021 ມີອາການໄຂ້ ເຈັບກະເພາະຮຸນແຮງ ແຕ່ອາການຊີວິດປົກກະຕິດີ ໝໍໄດ້ໃຫ້ຢາຕາມອາການ ແລະ ບັນເທົາລົງ ຮອດເວລາ 11:00 ໂມງ ຂອງວັນທີີ 31 ສີງຫາ 2021 ຜູ້ກ່ຽວເມື່ອຍ ມີຮາກອອກເລືອດ ແລະ ກະວົນກະວາຍ ອາການຊີວິດບໍ່ປົກກະຕິ ຄວາມດັນເລືອດສູງ 170/100 ຊີບພະຈອນ 116 ເທື່ອ ປະລິມານອົກຊີເຊນໃນເລືອດ 77 % ໝໍໄດ້ໃຫ້ການຊ່ວຍເຫຼືອຈົນສຸດຄວາມສາມາດເພື່ອກອບກູ້ເອົາຊີວິດຜູ້ກ່ຽວ ຈົນຮອດເວລາ 17:25 ໂມງ ຄົນເຈັບເສຍຊີວິດ ທາງແຂວງໄດ້ມ້ຽນສົບຕາມລະບຽບຫຼັກການ
.
# ຂ່າວ & ພາບ : ຂັນທະວີ