ແວວຄໍາ ເຊົ່າສິນເຊື່ອ ມອບເງິນຊຸກຍູ້ວຽກງານຕ້ານໂຄວິດ-19

    ວັນທີ 3 ກັນຍາ 2021 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ທ່ານ ຊາງ ບົກ ຈອງ ຜູ້ອໍານວຍການບໍລິສັດແວວຄຳ ເຊົ່າສິນເຊື່ອລາວ ຈຳກັດ ໄດ້ມອບເງິນສົດ 50 ລ້ານກີບ ເພື່ອປະກອບສ່ວນຊຸກຍູ້ໃນການຈັດຕະປະຕິບັດວຽກງານໃນການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນພະຍາດໂຄວິດ-19 ໃຫ້ນະຄອນຫຼວງວຽງຈັນ ຕາງໜ້າຮັບຂອງທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ ເຊິ່ງມີພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.

.# ຂ່າວ & ພາບ : ຂັນທະວີ

error: Content is protected !!