ທ້າວ ເອກວິໄຊ ຕຣັ່ນ ນັກຮຽນຄົນທຳອິດຂອງໂຮງຮຽນ ມສ ລຽວໂຕວ໌ ທີ່ສາມາດສອບເສັງ ແລະ ໄດ້ຮັບທຶນການສຶກສາ ເພື່ອສຶກສາຢູ່ TSINGHUA UNIVERSITY ເຊິ່ງເປັນມະຫາວິທະຍາໄລທີ່ມີຊື່ສຽງທີ່ສຸດຂອງ ສປ ຈີນ.

ທ້າວ ເອກວິໄຊ ຕຣັ່ນ ເຂົ້າຮຽນຊັ້ນອະນຸບານ 1 ຂອງໂຮງຮຽນ ມສ ລຽວໂຕວ໌ ປີ 2007 ໂດຍເລີ່ມຮຽນພາສາລາວ ແລະ ຮຽນພາສາຈີນຂັ້ນເລີ່ມຕົ້ນ ຍ້ອນການເອົາໃຈໃສ່ຂອງຄູ ຕົນເອງ ແລະ ຄອບຄົວ ຈາກການຮຽນນໍາຄູຢູ່ໂຮງຮຽນ ແລະ ຊອກຮູ້ຮໍ່າຮຽນດ້ວຍຕົນເອງ ເຖິງວ່າຄອບຄົວບໍ່ໄດ້ມີພື້ນຖານດ້ານພາສາຈີນ ບໍ່ເປັນອຸປະສັກແຕ່ຢ່າງໃດ ແຕ່ໄດ້ເປັນແຮງບັນດານໃຈເຮັດໃຫ້ທ້າວ ເອກວິໄຊ ຕຣັ່ນ ກາຍເປັນນັກຮຽນດີ ມີຄວາມສາມາດ ແລະ ກ້າສະແດງອອກຫຼາຍດ້ານ ຜ່ານການຮຽນຢູ່ຫ້ອງຮຽນ ເຮັດໃຫ້ຄູ ແລະ ໝູ່ເພື່ອນຍອມຮັບໃນຄວາມສາມາດ ທັງເປັນຜູ້ທີ່ມັກອ່ານປຶ້ມຕໍາລາຕ່າງໆ ແລະ ຄົ້ນຄວ້າຊອກຫາສິ່ງໃໝ່ໆ ນອກນີ້ຍັງເປັນຜູ້ໜຶ່ງທີ່ມັກໃນການແຂ່ງຂັນກີລາ ໂດຍສະເພາະເທຄວັນໂດ ເຮັດໃຫ້ລາວໄດ້ເປັນຕົວແທນໄປແຂ່ງຂັນໃນລະດັບທ້ອງຖິ່ນ ສູນກາງ ແລະ ສາມາດຍາດໄດ້ລາງວັນເປັນຈໍານວນຫຼວງຫຼາຍ.
ພາຍໃຕ້ຄວາມເອົາໃຈໃສ່ຂອງຄະນະບໍລິຫານໂຮງຮຽນ ມສ ລຽວໂຕວ໌ ທີ່ໄດ້ຍົກສູງດ້ານການສຶກສາຕະຫຼອດມາ ແລະ ຍ້ອນຄວາມຮູ້ຄວາມສາມາດຂອງລາວ ເຮັດໃຫ້ລາວໄດ້ກາຍເປັນຕົວແທນຂອງໂຮງຮຽນ ມສ ລຽວໂຕວ໌ ໄປແຂ່ງຂັນນັກຮຽນເກັ່ງວິຊາຄະນິດສາດ ແລະ ເປັນຕົວແທນຂອງຊາວໜຸ່ມນະຄອນຫຼວງວຽງຈັນ ເຂົ້າຮ່ວມງານຕັ້ງຄ້າຍວິທະຍາສາດ STEP Technolohy Camp ຢູ່ປະເທດສິງກະໂປ ໃນປີ 2019 ມາຮອດສົກຮຽນ 2019-2020 ລາວໄດ້ຮຽນຈົບຊັ້ນມັດທະຍົມຕອນຕົ້ນ (ມ4) ແລະ ໄດ້ຮັບທຶນໄປຮຽນຕໍ່ຊັ້ນ ມ5 ຢູ່ Hailiang International School ສປ ຈີນ ຍ້ອນຄວາມຮູ້ຄວາມສາມາດເຮັດໃຫ້ທ້າວ ເອກວິໄຊ ຕຣັ່ນ ສາມາດສອບເສັງ ແລະ ໄດ້ທຶນເພື່ອສຶກສາ TSINGHUA UNIVERSITY.
ໃນສະພາບທີ່ພະຍາດໂຄວິດ-19 ພວມລະບາດໃນທົ່ວໂລກ ລວມທັງປະເທດລາວ ເຊິ່ງສົ່ງຜົນກະທົບຕໍ່ການຮຽນ-ການສອນ ເຮັດໃຫ້ນັກຮຽນຕ້ອງໄດ້ຮຽນຜ່ານລະບົບອອນລາຍ ທ້າວ ເອກວິໄຊ ຕຣັ່ນ ໄດ້ກ່າວວ່າ: ຂໍ້ດີຂອງການຮຽນອອນລາຍ ແມ່ນນັກຮຽນທຸກຄົນສາມາດຮຽນໄດ້ທຸກສະຖານທີ່ ບໍ່ເສຍເວລາ ສາມາດເຮັດກິດຈະກໍາອື່ນໄດ້ພ້ອມກັນ ສິ່ງສໍາຄັນແມ່ນຊ່ວຍໃຫ້ປອດໄພຈາກພະຍາດໂຄວິດ-19 ສ່ວນຂໍ້ເສຍແມ່ນເຮັດໃຫ້ຄູບໍ່ສາມາດຄວບຄຸມນັກຮຽນໄດ້ທັງໝົດ ເຂົ້າໃຈຍາກ ເຮັດໃຫ້ນັກຮຽນບໍ່ຢາກຮຽນ ແລະ ເປັນຊ່ອງທາງເຮັດໃຫ້ນັກຮຽນຕິດເກມອອນລາຍເພີ່ມຂຶ້ນ ໂອກາດນີ້ທ້າວ ເອກວິໄຊ ຕຣັ່ນ ກໍໄດ້ສະແດງຄວາມຮູ້ບຸນ ຄຸນຕໍ່ຄູ-ອາຈານ ທີ່ໄດ້ເອົາໃຈໃສ່ສິດສອນ ເຮັດໃຫ້ຕົນກາຍເປັນຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ເປັນນັກຮຽນຄົນທຳອິດຂອງໂຮງຮຽນ ມສ ລຽວໂຕວ໌ ທີ່ສາມາດຍາດໄດ້ທຶນເພື່ອສຶກສາຢູ່ TSINGHUA UNIVERSITY ພ້ອມນີ້ ຍັງໄດ້ຝາກເຖິງໝູ່ເພື່ອນທີ່ກໍາລັງສຶກສາທຸກຄົນ ໃຫ້ໄດ້ເອົາໃຈໃສ່ຟັງຄໍາສັ່ງສອນຂອງຄູ ຕັ້ງໃຈຮໍ່າຮຽນ ເປັນເຈົ້າຕົນເອງ ສິ່ງສໍາຄັນຕ້ອງນໍາໃຊ້ຄວາມຮູ້ຄວາມສາມາດທີ່ຕົນມີ ໃຫ້ເປັນປະໂຫຍດ ແລະ ສາມາດນໍາໃຊ້ໄດ້ໃນຊີວິດປະຈຳວັນໄດ້.

# ຂ່າວ & ພາບ : ສະບາໄພ