ແຂວງໄຊຍະບູລີ ຊຸກຍູ້ຂະບວນການຜະລິດເພື່ອຕອບສະໜອງສະບຽງອາຫານໃຫ້ພຽງພໍ​

    ວັນທີ 27 ເມສາ 2020 ຜ່ານມາ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມຄະນະ ໄດ້ລົງຊຸກຍູ້ຂະບວນການເກັບກ່ຽວຜົນຜະລິດລະດູແລ້ງ ແລະ ກະກຽມແກ່ການຜະລິດລະດູປີຂອງປະຊາຊົນ ບ້ານໃຫຍ່ເມືອງປາ-ນາຈັນ ເມືອງປາກລາຍ ແຂວງໄຊຍະບູລີ ທັງນີ້ກໍເພື່ອຮັບປະກັນໃຫ້ການຜະລິດສະບຽງອາຫານ ເປັນຕົ້ນ ເຂົ້າ ຊີ້ນ ປາ ໄຂ່ ແລະ ພືດຜັກຕ່າງໆ ໃຫ້ພຽງພໍກັບການບໍລິໂພກຂອງປະຊາຊົນພາຍໃນບ້ານດັ່ງກ່າວໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19. 

    ທ່ານ ຫລົງ ຈະ ນາຍບ້ານໆໃຫຍ່ເມືອງປາ-ນາຈັນ ໄດ້ລາຍງານໃຫ້ຮູ້ວ່າ: ໄລຍະຜ່ານມາ ໄດ້ຊຸກຍູ້ສົ່ງເສີມປະຊາຊົນພາຍໃນບ້ານປູກພືດລະດູແລ້ງ ເປັນຕົ້ນ ນາແຊງ ໃນເນື້ອທີ່ 7,52 ເຮັກຕາ ປັດຈຸບັນເກັບກູ້ສຳເລັດແລ້ວ 70% ຜົນຜະລິດໄດ້ 13,21 ໂຕນ ພືດສະບຽງອາຫານ 10,12 ເຮັກຕາ ຜົນຜະລິດໄດ້ 40,48 ໂຕນ ໝາກແຕງ 1,80 ເຮັກຕາ ຜົນຜະລິດ 10,8 ໂຕນ ສັດລ້ຽງມີງົວ 1.949 ໂຕ ຄວາຍ 948 ໂຕ ແບ້ 58 ໂຕ ໝູ 1.200 ໂຕ ສັກປີກ 14.600 ກວ່າໂຕ ໜອງປາ 55 ໜອງ ປ່ອຍປາແລ້ວ 47.300 ໂຕ ພ້ອມນີ້ ປະຊາຊົນຍັງໄດ້ສຸມໃສ່ປູກພືດຜັກບາງຊະນິດເຊັ່ນ: ຜັກກາດ ຜັກຫອມທຸກຊະນິດ ແລະ ລ້ຽງສັດນ້ອຍປະເພດສັດປີກ ລ້ຽງໝູ ລ້ຽງປາ ແລະ ລ້ຽງກົບ ພ້ອມດຽວກັນ ກໍໄດ້ຊີ້ນໍາໆພາປະຊາຊົນກະກຽມເນື້ອທີ່ເພື່ອປູກພືດລະດູຝົນ ໃນນັ້ນ ມີເນື້ອທີ່ປູກເຂົ້າທັງໝົດເກືອບ 600 ເຮັກຕາ ເຂົ້າເນີນສູງ 130 ກວ່າເຮັກຕາ ມາຮອດປັດຈຸບັນ ແມ່ນຕົກກ້າສຳເລັດແລ້ວ 60% ສ່ວນການປູກພືດເປັນສິນຄ້າປະກອບມີ: ມັນຕົ້ນ 20,91 ເຮັກຕາໝາກງາ 21,24 ເຮັກຕາ ສາລີ 17,90 ເຮັກຕາ  ຖົ່ວດິນ ແລະ ພືດຜັກຊະນິດຕ່າງໆ. 

    ສຳລັບວຽກງານການຕ້ານ ແລະ ເຝົ້າລະວັງຂອງພະຍາດໂຄວິດ-19 ແມ່ນສຸມໃສ່ຈັດຕັ້ງເຜີຍແຜ່ຜົນຮ້າຍຂອງພະຍາດດັ່ງກ່າວຢູ່ພາຍໃນບ້ານຜ່ານໂທລະໂຄ່ງ ໂຄສະນາເຜີຍແຜ່ນິຕິກໍາຕ່າງໆຂອງຂັ້ນເທິງປົກກະຕິ ເພື່ອໃຫ້ປະຊາຊົນຮັບຮູ້ຂໍ້ມູນຂ່າວສານ ແລະ ວິທີປ້ອງກັນຕໍ່ພະຍາດດັ່ງກ່າວ ສະເພາະບ້ານໃຫຍ່ເມືອງປາ-ນາຈັນ ມີສູນກັກກັນ 1 ສູນ ກວມເອົາ 5 ບ້ານ ຈຸດກວດກາເພື່ອກວດກາຄົນເຂົ້າອອກບ້ານ 1 ຈຸດ ມີຜູ້ເຂົ້າກັກກັນ 126 ຄົນ ຍິງ 63 ຄົນ ໄດ້ລົງທະບຽນເກັບກໍາປະຫວັດ ບັນທຶກຂໍ້ມູນຜູ້ເຂົ້າສູນລະອຽດ ມີການປ້ອງກັນເວນຍາມ ແລະ ສ້າງລະບຽບພາຍໃນສູນ ມີຄະນະແພດລົງກວດກາຕິດຕາມອຸນຫະພູມ 2 ຄັ້ງຕໍ່ມື ເຊົ້າ-ແລງ ແລະ ພາຍໃນສູນໄດ້ມີການພົ່ນຢາຂ້າເຊື້ອ ເພື່ອອະນາໄມສະຖານທີ່ເປັນແຕ່ລະໄລຍະ ຮອດປັດຈຸບັນຜູ້ກັກກັນແມ່ນຢູ່ຄົບ 14 ວັນ ແລະ ໄດ້ອອກສູນທັງໝົດແລ້ວ. 

    ໂອກາດນີ້ ທ່ານ ພົງສະຫວັນ ສິດທະວົງ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະບ້ານທີ່ໄດ້ເຂັ້ມງວດ ແລະ ຈັດຕັ້ງປະຕິບັດຕາມຄໍາສັ່ງ 06/ນຍ ຢ່າງເຂັ້ມງວດ ພ້ອມທັງໄດ້ເອົາໃຈໃສ່ນໍາພາປະຊາຊົນໃນການຜະລິດພືດສະບຽງອາຫານໄດ້ຢ່າງພຽງພໍກັບການບໍລິໂພກພາຍໃນບ້ານ ແລະ ທ່ານໄດ້ຮຽກຮ້ອງໃຫ້ຄະນະບ້ານຈົ່ງສືບຕໍ່ຊີ້ນຳນຳພາປະຊາຊົນເຮັດການຜະລິດ ດ້ວຍການປູກພືດສະບຽງອາຫານ ລ້ຽງສັດ, ເອົາໃຈໃສ່ເກັບກູ້ຜົນຜະລິດລະດູແລ້ງໃຫ້ສໍາເລັດ ແລະ ກະກຽມແກ່ການຜະລິດລະດູການໃໝ່ ເພື່ອຮັບປະກັນດ້ານສະບຽງອາຫານ ເມື່ອພົ້ນວິກິດການຄັ້ງນີ້ແລ້ວ ແມ່ນສາມາດກຸ້ມຕົນເອງໄດ້ ສືບຕໍ່ຕ້ານ ແລະ ສະກັດກັ້ນບັນຫາໄຟປ່າ ແລະ ວາງແຜນປູກໄມ້ໃຫ້ເປັນປ່າໃນຂອບເຂດຕົ້ນນໍ້າ ແລະ ອື່ນໆ. 

# ຂ່າວ & ພາບ: ແຂວງໄຊຍະບູລີ

error: Content is protected !!