ວັນທີ 01 ກັນຍາ 2021 ທີ່ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມສັນຍາການຮ່ວມມືລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ໂດຍຕາງໜ້າຝ່າຍລາວ ກໍຄືຕາງໜ້າໃຫ້ລັດຖະບານລາວ ຮ່ວມລົງນາມຄັ້ງນີ້ແມ່ນທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າຝ່າຍອົງການ IOM ແມ່ນທ່ານນາງ ຊາຣີນ ທູລາດາຣ໌ ຫົວໜ້າຫ້ອງການອົງການ IOM ປະຈໍາ ສປປ ລາວ ແລະ ມີບັນດາຜູ້ຕາງໜ້າຈາກຂະແໜງ ການທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.

ການລົງນາມໃນຄັ້ງນີ້ ແມ່ນເພື່ອເສີມຂະຫຍາຍການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ IOM ເຊິ່ງນິຕິກໍາດັ່ງກ່າວ ເປັນບ່ອນອີງໃຫ້ແກ່ການຮ່ວມມືໃນຕໍ່ໜ້າ ແລະ ການຈັດຕັ້ງປະຕິບັດບັນດາ ໂຄງການທີ່ອົງການ IOM ໄດ້ໃຫ້ການຊ່ວຍເຫຼືອລາວ ໃນວຽກງານການເຄື່ອນຍ້າຍຖິ່ນຖານ.

ໃນພິທີດັ່ງກ່າວ ທ່ານ ໂພໄຊ ໄຂຄຳພິທູນ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນຊ່ວຍເຫລືອຂອງອົງການ IOM ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ- ສັງຄົມ ຂອງ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າ ອົງການ IOM ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອໃນຕໍ່ໜ້າ ໂດຍສະເພາະ ໃນວຽກງານການເຄື່ອນຍ້າຍຖິ່ນຖານ ເຊິ່ງກວມເອົາບັນດາວຽກງານຕ່າງໆໃນການສ້າງຂີດຄວາມສາມາດດ້ານວິຊາການສຳລັບບັນຫາການເຄື່ອນຍ້າຍຖິ່ນຖານ ການເຄື່ອນຍ້າຍແຮງງານ ການຕ້ານການຄ້າມະນຸດ ແລະ ວຽກອື່ນໆທີ່ກ່ຽວຂ້ອງ.

ໃນໂອກາດດຽວກັນນີ້ ທ່ານນາງ ຊາຣີນ ທູລາດາຮ໌ ຫົວໜ້າຫ້ອງການອົງການ IOM ໄດ້ສະແດງ ຄວາມຍິນດີທີ່ໄດ້ຕາງໜ້າໃຫ້ອົງການ IOM ຮ່ວມລົງນາມສັນຍາການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ IOM ໃນຄັ້ງນີ້ ແລະ ຢືນຢັນວ່າ ອົງການ IOM ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ ຊຶ່ງຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍຄືການປະກອບສ່ວນເຂົ້າໃນວຽກງານການເຄື່ອນຍ້າຍຖິ່ນຖານຢູ່ ໃນ ສປປ ລາວ.
# ຂ່າວ & ພາບ : ໄຊບັນດິດ