ອວຍພອນວັນຊາດ ແລະ ວັນການທູດແຫ່ງ ສສ ຫວຽດນາມ ຄົບຮອບ 76 ປີ

    ວັນທີ 1 ກັນຍາ 2021 ທີ່ສະຖານເອກອັກຄະລັດຖະທູດແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ສະຫາຍ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ນໍາພາຄະນະໄປອວຍພອນສະຫາຍ ຫງວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ເນື່ອງໃນໂອກາດວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 76 ປີ (02/09/1945-02/09/2021) ແລະ ວັນການທູດ ສສ ຫວຽດນາມ ຄົບຮອບ 76 ປີ (28/08/ 1945-28/08/2021).

    ໃນໂອກາດດັ່ງກ່າວ ສະຫາຍ ໂພໄຊ ໄຂຄຳພິທູນ ໄດ້ຕາງໜ້າໃຫ້ຄະນະພັກ ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດແຫ່ງ ສປປ ລາວ ສະແດງຄວາມຊົມເຊີຍວັນສະຖາປະນາ ສສ ຫວຽດນາມ ແລະ ວັນການທູດ ສສ ຫວຽດນາມ ຄົບຮອບ 76 ປີ ຢ່າງສຸດໃຈ. ພ້ອມນັ້ນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດອັນໃຫຍ່ຫຼວງໃນຫຼາຍດ້ານຂອງ ສສ ຫວຽດນາມ ທີ່ສາມາດຍາດມາໄດ້ຕະຫຼອດ 76 ປີຜ່ານມາ ໂດຍສະເພາະໃນປີນີ້ ໃນຂະນະທີ່ຫຼາຍປະເທດໃນໂລກ ແລະ ໃນພາກພື້ນ ກໍາລັງປະເຊີນກັບການທົດຖອຍຂອງເສດຖະກິດຈົນເຖິງຂັ້ນຕິດລົບ ຍ້ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ -19 ແຕ່ເສດຖະກິດ ສສ ຫວຽດນາມ ກໍມີການຂະຫຍາຍຕົວເພີ່ມຂື້ນເຖິງ 6% ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາ ແລະ ປັບປຸງໃຫ້ດີຂຶ້ນເປັນກ້າວໆ. ນອກຈາກນັ້ນ ສະຫາຍ ໂພໄຊ ໄຂຄຳພິທູນ ຍັງໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ກໍຄືລັດຖະບານຫວຽດນາມ ແລະ ປະຊາຊົນຫວຽດນາມອ້າຍນ້ອງທົ່ວປະເທດ ທີ່ໄດ້ຮ່ວມແຮງຮ່ວມໃຈກັນສ້າງສາ ແລະ ພັດທະນາປະເທດຊາດ ຈະສາມາດຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໃຫ້ບັນລຸຈຸດໝາຍແຫ່ງການສ້າງ ສສ ຫວຽດນາມ ຮອດປີ 2025 ກາຍເປັນປະເທດກໍາລັງພັດທະນາ ມີອຸດສາຫະກໍາຕາມທິດທັນສະໄໝ ຂ້າມຜ່ານລະດັບລາຍໄດ້ສະເລ່ຍປານກາງຕໍ່າ ຮອດປີ 2030 ກາຍເປັນປະເທດກໍາລັງພັດທະນາ ເຮັດໃຫ້ມີການພັດທະນາອຸດສາຫະກໍາທັນສະໄໝ ມີລາຍໄດ້ສະເລ່ຍປານກາງສູງ ຮອດປີ 2045 ກາຍເປັນ ປະເທດພັດທະນາມີລາຍໄດ້ສູງ. ພິເສດ ສະຫາຍ ໂພໄຊ ໄຂຄຳພິທູນ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການຮ່ວມມືກັນຢ່າງສະໜິດແໜ້ນ ແລະ ມີປະສິດທິພາບສູງ ລະຫວ່າງກະຊວງການຕ່າງປະເທດລາວ ກັບສະຖານທູດຫວຽດນາມໃນໄລຍະຜ່ານມາ ເຮັດໃຫ້ສາມາດຊຸກຍູ້ການພົວພັນອັນເປັນມູນເຊື້ອທີ່ດີລະຫວ່າງສອງຝ່າຍໃຫ້ຂະຫຍາຍຕົວ ແລະ ມີຜົນສໍາເລັດຫຼາຍດ້ານ ເຖິງແມ່ນວ່າຫຼາຍກິດຈະກໍາ ແລະ ແຜນການຈະໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ກໍຕາມ ແຕ່ພວກເຮົາກໍຍັງມີການໄປມາຫາສູ່ກັນຂອງການນໍາຂັ້ນສູງຢ່າງບໍ່ຂາດ ໂດຍສະເພາະການເດີນທາງຢ້ຽມຢາມ ສສ ຫວຽດນາມ ໃນທ້າຍເດືອນມິຖຸນາ 2021 ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ແລະ ການເດີນທາງຢ້ຽມຢາມ ສປປ ລາວໃນກາງເດືອນສິງຫາ 2021 ຜ່ານມາ ຂອງສະຫາຍ ຫງວຽນ ຊວັນ ຟຸກ ປະທານປະເທດແຫ່ງ ສສ ຫວຽດນາມ ເຊິ່ງການຢ້ຽມຢາມດັ່ງກ່າວ ກໍແມ່ນການເດີນທາງຢ້ຽມຢາມຕ່າງປະເທດຄັ້ງທໍາອິດຂອງທັງສອງສະຫາຍໃນຖານະປະທານປະເທດ ສະແດງໃຫ້ເຫັນເຖິງສາຍພົວພັນອັນພິເສດຂອງທັງສອງປະເທດ ທີ່ບໍ່ວ່າເວລາໃດກໍຖືສໍາຄັນ ແລະ ໃຫ້ບຸລິມະສິດເຊິ່ງກັນ ແລະ ກັນສະເໝີ ພ້ອມກັນນັ້ນ ສະຫາຍ ໂພໄຊ ໄຂຄຳພິທູນ ໄດ້ຊົມເຊີຍ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງທັນການຂອງ ສສ ຫວຽດນາມ ຕໍ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ໃນໄລຍະການລະບາດຂອງພະຍາດໂຄວິດ-19 ເຖິງວ່າຫວຽດນາມຈະໄດ້ຮັບຜົນກະທົບຈາກພະຍາດດັ່ງກ່າວເຊັ່ນກັນ ແຕ່ກໍ່ຍັງໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ເປັນຕົ້ນ ໄດ້ສົ່ງຄະນະແພດຊ່ຽວຊານ ຢາປົວພະຍາດ ພ້ອມທັງອຸປະກອນການແພດມາຊ່ວຍລັດຖະບານລາວ ພ້ອມນີ້ ສະຫາຍ ໂພໄຊ ໄຂຄຳພິທູນ ກໍໄດ້ສະແດງຄວາມເຫັນໃຈຕໍ່ ສສ ຫວຽດນາມ ທີ່ຫວ່າງບໍ່ດົນມານີ້ ໄດ້ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຮອບໃໝ່  ແລະ  ໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍຄວາມເອົາໃຈໃສ່ໃກ້ຊິດຂອງພັກ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ພ້ອມກັບຄວາມມີລະບຽບວິໄນ ສະຕິສູງ ຂອງປະຊາຊົນຫວຽດນາມ ສສ ຫວຽດນາມ ຈະສາມາດຄວບຄຸມການລະບາດຄັ້ງນີ້ໄດ້ໂດຍໄວ.

    ໃນໂອກາດດຽວກັນນີ້ ສະຫາຍເອກອັກຄະລັດຖະທູດ ຫງວຽນ ບ໋າ ຮຸ່ງ ກໍໄດ້ສະແດງຄວາມຂອບໃຈຢ່າງຍິ່ງ ຕໍ່ການມາອວຍພອນຄັ້ງນີ້ຂອງສະຫາຍ ຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ແລະ ຄະນະ. ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ການໃຫ້ຄວາມສໍາຄັນອັນຈິງໃຈຂອງພັກ-ລັດຖະບານ ແຫ່ງ ສປປ ລາວ ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງສອງປະເທດ ຫວຽດນາມ-ລາວ ໃນໄລຍະຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ນັບມື້ຈະໄດ້ຮັບການຖະນຸຖະໜອມບໍາລຸງສ້າງ ແລະ ໄດ້ຮັບການເຊີດຊູຢ່າງບໍ່ຢຸດຢັ້ງ.

# ຂ່າວ & ພາບ : ໄຊບັນດິດ

error: Content is protected !!