ໃນຕອນບ່າຍຂອງວັນທີ 01 ກັນຍາ 2021 ທີ່ກະຊວງປ້ອງກັນປະເທດ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ນໍາເອົາປື້ມເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ຈໍານວນ 1.030 ຫົວ ມອບໃຫ້ແກ່ກະຊວງປ້ອງກັນປະເທດ.
ພິທີມອບ-ຮັບປຶ້ມຄັ້ງນີ້ ນໍາໂດຍທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເປັນຜູ້ກ່າວມອບ ແລະ ຮັບໂດຍທ່ານ ພົນຕີ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ການມອບປຶ້ມດັ່ງກ່າວ ກໍເພື່ອສະໜອງເອກະສານສໍາຄັນຂອງພັກ ໃຫ້ແກ່ກະຊວງປ້ອງກັນປະເທດ ເພື່ອແຈກຢາຍໃຫ້ເລຂາ ຮອງເລຂາ ຄະນະໜ່ວຍຂອງກະຊວງ ໃຫ້ໜ່ວຍພັກຂອງຂະແໜງການຕ່າງໆທີ່ຂຶ້ນກັບກະຊວງ ແລະ ແຈກຢາຍຕາມຈຸດປະສົງ-ເປົ້າໝາຍຂອງອົງຄະນະພັກກະຊວງປ້ອງກັນປະເທດຕາມຄວາມເໝາະສົມ ເພື່ອເປັນບ່ອນອີງໃນການຄົ້ນຄວ້າເຊື່ອມຊຶມ ແລະ ຜັນຂະຫຍາຍເຂົ້າໃນການຈັດຕັ້ງນໍາພາວຽກງານຕົວຈິງ.

ໃນໂອກາດດັ່ງກ່າວ ທ່ານ ລາວປາວຊົ່ງ ນະວົງໄຊ ໄດ້ກ່າວຈຸດປະສົງຄວາມສໍາຄັນຂອງປື້ມເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ເຊິ່ງມີຄວາມສໍາຄັນຫຼາຍ ເພາະໄດ້ໂຮມເອົາບັນດາເນື້ອໃນສໍາຄັນຂອງກອງປະຊຸມໃຫຍ່ທັງໝົດມາໂຮມໄວ້ໃນປື້ມຫົວນີ້ ຖືເປັນປື້ມຄູ່ມືສໍາຄັນອັນໜຶ່ງສໍາລັບຄະນະພັກ ກໍຄືພະນັກງານນໍາພາຫຼັກແຫຼ່ງ ເພື່ອສືບຕໍ່ຄົ້ນຄວ້າເຊື່ອມຊຶມ ກໍາແໜ້ນ ແລະ ຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງຕະຫຼອດສະໄໝທີ XI ໃນຂົງເຂດວຽກງານຂອງຕົນ.
ໃນຕອນທ້າຍ ທ່ານ ພົນຕີ ວົງຄໍາ ພົມມະກອນ ໄດ້ສະແດງຄວາມຂອບໃຈມາຍັງຄະນະໂຄສະນາອົມຮົມສູນກາງພັກ ທີ່ໄດ້ນໍາປື້ມເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ມາແຈກຢາຍໃຫ້ກະຊວງປ້ອງກັນປະເທດ ພ້ອມກັນນີ້ ກໍສະເໜີມາຍັງຄະນະໂຄສະນາອົບຮົມສູນກາງພັກ ເພື່ອຂໍປື້ມເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ຕື່ມອີກ ເນື່ອງຈາກວ່າຍັງບໍ່ທັນພຽງພໍກັບຄວາມຕ້ອງການ.