ທ່ານ ພູວົງ ທໍາມະວົງ ນາຍບ້ານທ່າພະລານໄຊ ໃຫ້ສໍາພາດວັນທີ 30 ສິງຫາ 2021 ວ່າ: ເລີ່ມແຕ່ວັນທີ 27 ສິງຫາ 2021 ເປັນຕົ້ນມາ ບ້ານທ່າພະລານໄຊໄດ້ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຈໍານວນ 6 ຄົນ ຈາກຈໍານວນ 17 ຄົນທີ່ພັກຢູ່ຫ້ອງແຖວທ່າເຮືອຫຼັກ 4 ເຊິ່ງຈໍານວນທີ່ເຫຼືອ ໄດ້ເກັບຕົວຢ່າງກວດວິເຄາະຫາເຊື້ອພະຍາດໂຄວິດ-19 ເປັນຜົນລົບ ຈາກນັ້ນ ຄະນະສະເພາະກິດຂັ້ນເມືອງ ສົມທົບກັບອໍານາດການປົກຄອງບ້ານ ແລະ ປກສ ກຸ່ມ ໄດ້ກໍານົດຈຸດດັ່ງກ່າວເປັນເຂດແດງ ພ້ອມທັງຈໍາກັດບໍລິເວນ ແລະ ສະກັດກັ້ນບໍ່ໃຫ້ມີການເຂົ້າ-ອອກ ຕະຫຼອດ 24 ຊົ່ວໂມງ ໃນນີ້ໄດ້ແບ່ງເປັນ 3 ຈຸປ້ອງກັນເວນຍາມຄື: ຈຸທີ 1 ເລີ່ມແຕ່ 7:00-17:00 ໂມງ ຈຸທີ 2 ເລີ່ມ 18:00-24:00 ໂມງ ແລະ ຈຸທີ 3 ແມ່ນ 1:00-6:00 ໂມງ.
ພາຍຫຼັງທີ່ບ້ານທ່າພະລານໄຊ ໄດ້ຖືກກໍານົດເປັນບ້ານແດງ ອໍານາດການປົກຄອງບ້ານໄດ້ສົມທົບກັບຄະນະສະເພາະກິດ ແລະ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ ເພີ່ມທະວີມາດຕະການສະກັດກັ້ນ ແລະ ປ້ອງກັນຢ່າງເຂັ້ມງວດ ໃນນີ້ ໄດ້ໂຄສະນາປະຊາສໍາພັນຜ່ານທາງໂທລະໂຄ່ງ ເພື່ອຍົກສູງສະຕິຕື່ນຕົວໃຫ້ກັບປະຊາຊົນ ໃຫ້ມີການຮ່ວມມືປະຕິບັດມາດຕະການຕ່າງໆ ເປັນຕົ້ນ ກ່ອນອອກຈາກເຮືອນຕ້ອງໃສ່ຜ້າອັດປາກ-ອັດດັງ ມີເຈວລ້າງມື ຫຼືເຫຼົ້າ 90 ເຮັດຄວາມສະອາດມືຕະຫຼອດເວລາ ພ້ອມທັງໃຫ້ຮັກສາໄລຍະຫ່າງ ບໍ່ໃຫ້ມີການຈັດຕັ້ງຊຸມແຊວ ຮ້ານຄ້າ-ຂາຍເຄື່ອງຍ່ອຍທີ່ໃກ້ກັບເຂດພື້ນທີ່ສີແດງຂອງບ້ານ ແມ່ນໃຫ້ປິດບໍລິການຊົ່ວຄາວ ເຂດລຽບຊາຍແດນແມ່ນໍ້າຂອງ ໄດ້ຈັດກໍາລັງລາດຕະເວນຕະຫຼອດ 24 ຊົ່ວໂມງ ແລະ ການຕັ້ງຈຸດກວດກາຂອງບ້ານແມ່ນຈະດໍາເນີນເປັນເວລາ 14 ວັນ ຫຼື ຈົນກວ່າພາຍໃນບ້ານບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19.
# ຮູບ & ຂ່າວ: ຂັນທະວີ