ວັນທີ 30 ສິງຫາ 2021 ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (Lao-VietBank) ມອບເຄື່ອງຊ່ວຍເຫຼືອການປ້ອງກັນ ຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ກະຊວງຍຸຕິທໍາ ມອບໂດຍທ່ານ ພິມພອນ ສຸດທິວົງ ຫົວໜ້າພະແນກແກ້ໄຂໜີ້ ແລະ ຄຸ້ມຄອງຫຼັກຊັບ ພ້ອມດ້ວຍທ່ານ ນາງ ແສງມະນີ ພິລາວົງ ຫົວໜ້າໜ່ວຍງານພັດທະນາເຄື່ອງໝາຍການຄ້າ ແລະ ສື່ສານມວນຊົນ ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ແລະ ຕາງໜ້າຮັບຂອງທ່ານ ຄໍາພອນ ສີປະເສີດ ຫົວໜ້າຫ້ອງການກະຊວງຍຸຕິທຳ ພ້ອມດ້ວຍຄະນະພະແນກເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງການມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ກໍເພື່ອເປັນສ່ວນໜຶ່ງໃນການປະກອບສ່ວນເນື່ອງໃນໂອກາດວັນລັດຖະທຳມະນູນ ຄົບຮອບ 30 ປີ ໂດຍສະເພາະແມ່ນກະຊວງຍຸຕິທຳ ໃນການສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19 ເຊິ່ງປະກອບມີ ຜ້າອັດປາກ 6 ແກັດ ເຈວລ້າງມື 50 ກ່ອງ ແລະ ເຄື່ອງວັດແທກອຸນຫະພູມ ລວມມູນຄ່າທັງໝົດ 7.250.000 ກີບ ເຊິ່ງໄລຍະຜ່ານມາ Lao-VietBank ກໍໄດ້ສະໜັບສະໜູນເຄື່ອງຊ່ວຍເຫຼືອໃຫ້ກັບແຕ່ລະພາກສ່ວນກ່ຽວຂ້ອງຢູ່ທັງສູນກາງ ແລະ ທ້ອງຖິ່ນເປັນຈໍານວນຫຼາຍ.

ໂອກາດນີ້ ທ່ານຫົວໜ້າຫ້ອງການກະຊວງຍຸຕິທຳ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງຄະນະອໍານວຍການ ແລະ ພະນັກງານຂອງ Lao-VietBank ທີ່ເຫັນໄດ້ຄວາມສໍາຄັນໃນການປ້ອງກັນ ແລະ ຮັກສາສຸຂະພາບຂອງອ້າຍນ້ອງພະນັກງານໃນທົ່ວກະຊວງຍຸຕິທຳ ຫວັງຢ່າງຍິ່ງວ່າ ໃນໂອກາດໜ້າ ຈະໄດ້ຮັບການຊ່ວຍເຫຼືອຈາກທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ຕື່ມອີກ.
# ຮູບ & ຂ່າວ: ຂັນທະວີ