ຊາວສິງກະໂປ ປະກອບສ່ວນຊ່ວຍເຫຼືອສູນຈຳກັດບໍລິເວນ

    ວັນທີ 31 ສິງຫາ 2021 ຢູ່ອົງການກາແດງລາວ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກຊາວສິງກະໂປ ຢູ່ ສປປ ລາວ ໃຫ້ແກ່ສູນຈຳກັດບໍລິເວນແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ລວມມູນຄ່າ 42 ລ້ານກວ່າກີບ ເປັນກຽດກ່າວມອບຂອງທ່ານ ນາງ ລຽວ ຊິວ ລິນ (Ms Leow Siu Lin) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງປະເທດສິງກະໂປ ປະຈຳ ສປປ ລາວ ແລະ ກ່າວຮັບຂອງທ່ານ ຮສຈ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວ ມີພາກສ່ວນທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

    ເຄື່ອງຊ່ວຍເຫຼືອທີ່ນຳມາມອບໃຫ້ຄັ້ງນີ້ ປະກອບມີ ສະບູອາບນ້ຳ ຢາສະຜົມ ແຟບຊັກເຄື່ອງ ຢາຖູແຂ້ວ ແປງຖູແຂ້ວ ເຈັ້ຍເຊັດມື (ຜ້າປຽກຊຸ່ມດ້ວຍເຫຼົ້າ) ຜ້າອະນາໄມ (ສຳລັບຜູ້ຍິງ) ຜ້າອັດປາກ-ດັງ ແລະ ເຫຼົ້າ 70% ເຊິ່ງບັນຈຸໃສ່ຖົງລວມທັງໝົດ 500 ຖົງ (500 ຄົນ) ໃນນັ້ນ ມອບໃຫ້ສູນຈຳກັດບໍລິເວນແຂວງລະ 250 ຖົງ ສຳລັບ ແຮງງານລາວທີ່ກັບຈາກປະເທດໄທ ເຂົ້າມາພັກຢູ່ສູນຈຳກັດບໍລິເວນເປັນເວລາ 14 ມື້.

# ຮູບ & ຂ່າວ: ຊິລິການດາ

error: Content is protected !!