ຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມວັນນີ້ 195 ຄົນ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບສະພາບການລະບາດພະຍາດໂຄວິດ-19 ປະຈໍາວັນທີ 29 ສິງຫາ 2021 ທີ່ກະຊວງສາທາລະນະສຸກວ່າ: ວັນທີ 28 ສິງຫາ ໄດ້ກວດວິເຄາະຫາຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 2.961 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 195 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 98 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາຄື: ນະຄອນຫຼວງ 12 ຄົນ ບໍ່ແກ້ວ 15 ຄົນ ຫຼວງພະບາງ 4 ຄົນ ຫຼວງນ້ຳທາ 2 ຄົນ ອຸດົມໄຊ 2 ຄົນ ວຽງຈັນ 1 ຄົນ ຄຳມ່ວນ 5 ຄົນ ສະຫວັນນະເຂດ 57 ຄົນ ສ່ວນກໍລະນີນໍາເຂົ້າມີ 97 ຄົນ ຈາກນະຄອນຫຼວງ 1 ຄົນ ໄຊຍະບູລີ 3 ຄົນ ບໍລິຄຳໄຊ 7 ຄົນ ຄຳມ່ວນ 9 ຄົນ ສາລະວັນ 6 ຄົນ ແລະ ຈຳປາສັກ 71 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼືຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານເຂົ້າຕາມຈຸດຜ່ານແດນສາກົນ. 

    ປັດຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ ແລະ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 14.641 ຄົນ ຄົນເຈັບເສຍຊີວິດສະສົມ 12 ຄົນ ແລະ ຄົນເຈັບກໍາລັງປິ່ນປົວທັງໝົດ 4.901 ຄົນ. 

    ສະເພາະຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສຳລັບນະຄອນຫຼວງວຽງຈັນ ແມ່ນຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ (ວັນຈັນ ຮອດ ວັນອາທິດ) ໃນຕອນເຊົ້າ ເວລາ 9:00-12:00 ໂມງ ສຳລັບແຂວງອື່ນ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້.

# ຂ່າວ & ພາບ : ຂັນທະວີ

error: Content is protected !!