ລາວ – ສ ເກົາຫຼີ ພົບປະສອງຝ່າຍ ເພື່ອຕີລາຄາຄືນການພົວພັນຮ່ວມມືສອງປະເທດ

    ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ ທ່ານ ຈອງ ອຸຍຢອງ (H.E. Mr. Chung Eui-yong) ລັດຖະມົນຕີກະຊວງການຕ່າງປະເທດ ສ ເກົາຫຼີ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງວັນທີ 28-29 ສິງຫາ 2021 ແລະ ໄດ້ພົບປະສອງຝ່າຍກັບທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໃນວັນທີ 28 ສິງຫາ 2021 ທີ່ກະຊວງການຕ່າງປະເທດ. 

    ການພົບປະຄັ້ງນີ້ ສອງຝ່າຍໄດ້ຕີລາຄາສູງ ແລະ ທົບທວນຄືນ ການພົວພັນຮ່ວມມືຂອງສອງປະເທດໃນໄລຍະຜ່ານມາ ໄດ້ມີການແລກປ່ຽນການຢ້ຽມຢາມ ມີການແລກປ່ຽນສານຊົມເຊີຍໃນໂອກາດຕ່າງໆລະຫວ່າງການນຳຂັ້ນສູງຂອງສອງປະເທດເປັນແຕ່ລະໄລຍະ ການພົວພັນຮ່ວມມືສອງຝ່າຍ ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງໃນຫຼາຍດ້ານ ແລະ ຫຼາຍລະດັບ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ເປັນຕົ້ນ ດ້ານການຄ້າ ການລົງທຶນ ການທ່ອງທ່ຽວ ການພັດທະນາຊັບພະຍາກອນມະນຸດ ສາທາລະນະສຸກ ພື້ນຖານໂຄງລ່າງ ເຕັກໂນໂລຊີ ການສຶກສາ ແລະ ອື່ນໆ ການລົງທຶນຂອງ ສ ເກົາຫຼີ ໄດ້ຈັດຢູ່ອັນດັບທີ 5 ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວ ມີທັງໝົດ 299 ໂຄງການ ລວມມູນຄ່າ 790 ກວ່າລ້ານໂດລາສະຫະລັດ ມູນຄ່າການຄ້າສອງຝ່າຍ ບັນລຸ 113 ລ້ານໂດລາສະຫະລັດ ໃນນັ້ນ ມູນຄ່າການສົ່ງອອກ 59 ລ້ານໂດລາ ແລະ ມູນຄ່າການນໍາເຂົ້າ 54 ລ້ານໂດລາ (ຂໍ້ມູນໃນປີ 2019 ກ່ອນການແຜ່ລະບາດຂອງພະຍາດໂຄວິດ-19) ນອກນັ້ນ ສອງຝ່າຍໄດ້ພ້ອມກັນສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການຈັດບັນດາກິດຈະກໍາສະເຫຼີມສະຫຼອງຄົບຮອບ 25 ປີ ແຫ່ງການສ້າງຕັ້ງສາຍພົວພັນກັນທູດນໍາກັນໃນປີ 2020 ພາຍໃຕ້ບັນຍາກາດອັນຄຶກຄື້ນມ່ວນຊື່ນ ແລະ ມີຄວາມໝາຍເລິກເຊິ່ງ ເຖິງແມ່ນວ່າສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ການໄປມາຫາສູ່ເຊິ່ງກັນ ແລະ ກັນຫຼຸດໜ້ອຍຖອຍລົງກໍຕາມ ພ້ອມນີ້ ສອງຝ່າຍກໍໄດ້ປຶກສາຫາລືແລກປ່ຽນຄໍາຄິດຄໍາເຫັນກັນ ແລະ ສະເໜີໃຫ້ສືບຕໍ່ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງຂອງສອງປະເທດຢ່າງເປັນປົກກະຕິໃນອະນາຄົດ ເປັນຕົ້ນ ການກະກຽມໃຫ້ແກ່ການເດີນທາງຢ້ຽມຢາມທາງການ ສ ເກົາຫຼີ ຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ສືບຕໍ່ຊຸກຍູ້ບັນດາຂະແໜງການທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດບັນດາເອກະສານທີ່ລົງນາມຮ່ວມກັນໃນປີ 2019 ເຊັ່ນ: ການຮ່ວມມືຂະແໜງ ICT ອຸດສາຫະກໍາ ແລະ ການຄ້າ ກະສິກໍາ ແລະ ການພັດທະນາເສດຖະກິດ ກໍຄືເອກະສານການຮ່ວມມືດ້ານລະບົບຂໍ້ມູນການຄຸ້ມຄອງບໍລິຫານທ່າເຮືອ ສິດທິດ້ານຊັບສິນທາງປັນຍາ ດ້ານວິຊາການ ແລະ ວິຊາຊີບ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!