ຈາກການຖະແຫຼງຂ່າວກ່ຽວກັບສະພາບການລະບາດພະຍາດໂຄວິດ-19 ປະຈໍາວັນທີ 29 ສິງຫາ 2021 ຂອງທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ວັນທີ 28 ສິງຫາ ໄດ້ກວດວິເຄາະພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 195 ຄົນ ໃນນີ້ ຕິດເຊື້ອຈາກຊຸມຊົນ 98 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຜູ້ຕິດເຊື້ອຢູ່ຊຸມຊົນໃນນະຄອນຫຼວງ ແລະ ບັນດາແຂວງມີດັ່ງນີ້:
ນະຄອນຫຼວງ 12 ຄົນ ປະກອບມີ:
ເມືອງຫາດຊາຍຟອງ: ບ້ານທ່າເດື່ອ 2 ຄົນ ບ້ານປາກເບັງ 1 ຄົນ ແມ່ນນອນໃນຈຸ້ມບ້ານໜອງແຫ້ວ-ສິມມະໂນ ທີ່ກ່ຽວພັນກັບບໍລິສັດ ເບຍລາວ-ເປັບຊີ
ເມືອງໄຊທານີ: ບ້ານຈະເລີນໄຊ 2 ຄົນ ບ້ານຕານມີໄຊ 1 ຄົນ(ໃນນີ້ມີພະນັກງານທີ່ເຮັດວຽກຢູ່ອົງການ Room to read)
ເມືອງນາຊາຍທອງ: ບ້ານດົງຫຼວງ 1 ຄົນ ບ້ານນາສ້ຽວ 1 ຄົນ ບ້ານສີເກີດ 1 ຄົນ ບ້ານໂພນແກ້ວ 1 ຄົນ (ໃນນີ້ມີພະນັກງານທີ່ເຮັດວຽກຢູ່ອົງການ Room to read)
ເມືອງສີສັດຕະນາກ: ບ້ານຈອມເພັດ 2 ຄົນ ເຊິ່ງສະຖານທີ່ສ່ຽງທີ່ຜູ້ຕິດເຊື້ອໄດ້ເດີນທາງໄປໃນນະຄອນຫຼວງມີ:
- ບໍລິສັດລັດວິສາຫະກິດຂົນສົ່ງທາງບົກທາງນ້ຳ ບ້ານທ່າພະລານໄຊ ເມືອງສີສັດຕະນາກ
- ຮ້ານເຂົ້າປຽກຢູ່ຂ້າງວັດພັນໝັ້ນ ເມືອງສີສັດຕະນາກ
- ຮ້ານປີ້ງຫູໝູ ຢູ່ບ້ານໂພນຕ້ອງ ເມືອງຈັນທະບູລີ
- ຄລີນິກແຂ້ວຢູ່ 3 ແຍກໄຟແດງໂພນປ່າເປົ້າ
- ຮ້ານຕຳຢູ່ເຂດຖະໜົນຄູວຽງ ກົງກັນຂ້າມກັບຮ້ານຂາຍໝາ
- ຮ້ານປະດັບຍົນ ດົງປ່າແຫຼບ ເມືອງຈັນທະບູລີ
- ຕະຫຼາດຫົວຂົວ
- ຕະຫຼາດສວນມອນ
- ຮ້ານເຝີ 123 ຢູ່ໜ້າ ປກສ
- ຮ້ານແລກປ່ຽນເງິນຕາຢູ່ທະນາຄານການຄ້າ (ແຄມຂອງ)
ສ່ວນແຂວງບໍ່ແກ້ວ 15 ຄົນ ຈາກເມືຶອງຕົ້ນເຜິ້ງ ເປັນກໍລະນີສຳຜັດຂອງຜູ້ຊິດເຊື້ອກ່ອນໜ້ານີ້ ປະກອບມີ: ບ້ານສີເມືອງງາມ 3 ຄົນ ບ້ານຄຸນບົງ 6 ຄົນ ເຂດພິເສດ 5 ຄົນ ແລະ ເມືອງຕົ້ນເຜິ້ງ 1 ຄົນ
ແຂວງອຸດົມໄຊ 2 ຄົນ ກ່ຽວຂ້ອງກັບງານຊາປະນາກິດສົບຢູ່ເມືອງນ່ານ ແຂວງຫຼວງພະບາງ ຜູ້ທີ 1 ເພດຊາຍ ອາຍຸ 59 ປີ ບ້ານແກ້ງຊ້າງ ເມືອງປາກແບງ ເປັນສາມີຂອງຜູ້ທີ່ໄປຮ່ວມງານສົບ ຢູ່ບ້ານນາຝາຍ ເມືອງນານ ຜູ້ທີ 2 ເພດຍິງ ອາຍຸ 36 ປີ ບ້ານແກ້ງຊ້າງ ເມືອງປາກແບງ ເປັນພີ່ນ້ອງກັນ.
ຫຼວງນ້ຳທາ 2 ຄົນ ກຸ່ມທີ່ກ່ຽວພັນກັບບ້ານໃຫຍ່ສີເມືອງງາມ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໃນນັ້ນ 1 ຄົນ ແມ່ນເດັກອະນຸບານເຂົ້າໂຮງຮຽນອະນຸບານ (ກຸ່ມສຳຜັດທັງໝົດ 55 ຄົນ ໄດ້ເກັບຕົວຢ່າງ ແລະ ພັກຈຳກັດບໍລິເວນແລ້ວ ໃນນັ້ນ ມີເດັກອະນຸບານທັງໝົດ 37 ຄົນ ຄູ 5 ຄົນ ແລະ ຄອບຄົວທີ່ເປັນເຈົ້າຂອງໂຮງຮຽນ) ຫຼວງພະບາງ 4 ຄົນ ທັງໝົດເຊື່ອມໂຍງກັບບ້ານນາຝາຍ ເມືອງນານ ໄດ້ລາຍງານຜ່ານມາ
ຄຳມ່ວນ 5 ຄົນ ໃນນັ້ນ 3 ຄົນແມ່ນຄອບຄົວດຽວກັນທີ່ພົວພັນກັບຜູ້ຕິດເຊື້ອມາກ່ອນ ແລະ 1 ຄົນ ເປັນເພດຊາຍ ອາຍຸ 44 ປີ ອາຊີບພະນັກງານຂັບລົດ ບ້ານມ່ວງໄຂ່ ເມືອງຫີນບູນ
ສະຫວັນນະເຂດ 57 ຄົນ ມາຈາກ: ຈຸ້ມບ້ານ ໂພນສະຫວ່າງເໜືອ ມີ 19 ຄົນ ເຊິ່ງບ້ານນີ້ ເຄີຍໄດ້ລາຍງານໃນວັນທີ 26 ສິງຫາທີ່ຜ່ານມາ ຈຸ້ມພະນັກງານຂັບລົດ ລັດຕະນະວົງ ແລະ ບໍລິສັດ ຂັບລົດຂົນສົ່ງ ມີ 8 ຄົນ ຈຸ້ມບ້ານລັດຕະນະລັງສີມີ 8 ຄົນ ເຫຼືອນັ້ນ ແມ່ນແບບກະແຈກກະຈາຍ ໃນບ້ານເທດສະບານຂອງນະຄອນໄກສອນ.
# ຂ່າວ & ພາບ : ຂັນທະວີ