ພິທີລົງນາມໂຄງການບູລະນະປົກປັກຮັກສາທົ່ງໄຫຫີນ ຊຽງຂວາງ ໄດ້ຈັດຂຶ້ນໃນວັນທີ 28 ສິງຫາ 2021 ທີ່ແຂງຊຽງຂວາງ ໂດຍການຮ່ວມລົງນາມຂອງທ່ານ ອຸ່ນທ່ວງ ຂາວພັນ ຮອງລັດຖະມົນກະຊວງ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ທ່ານ ປີເຕີ ເຮມ່ອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳລາວ ມີທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສະຫະລັດອາເມຣິກາ ໄດ້ປະກາດມອບທຶນຈໍານວນ 129.000 ໂດລາສະຫະລັດ ໃນການອະນຸຮັກຮັກສາແຫຼ່ງບູຮານສະຖານ (500 BC-500AD) ທົ່ງໄຫຫີນ ມໍລະດົກໂລກ UNESCO ແຂວງຊຽງຂວາງ ເຊິ່ງທຶນນີ້ ເປັນສ່ວນໜຶ່ງຂອງກອງທຶນທ່ານທູດ ເພື່ອການອະນຸຮັກວັດທະນະທໍາ (AFCP).

ທ່ານ ປີເຕີ ເຮມ໋ອນ ກ່າວວ່າ: ຂ້າພະເຈົ້າມີຄວາມຮູ້ສຶກດີໃຈທີ່ສຸດ ທີ່ໄດ້ເປັນສ່ວນໜຶ່ງໃນການສືບຕໍ່ ປົກປັກຮັກສາແຫຼ່ງວັດທະນະທໍາທາງດ້ານປະຫວັດສາດທີ່ປະທັບໃຈນີ້ ໄຫຫີນໃຫຍ່ນີ້ ເປັນສິ່ງທີ່ອ້າງອີງ ເຖິງຮີດຄອງປະເພນີຂອງ ສປປ ລາວ ເຊິ່ງນັບຫວນຄືນຫຼັງຫຼາຍພັນປີ ໃນຂະນະທີ່ພວກເຮົາພວມ ສະເຫຼີມສະຫຼອງຄົບຮອບ 5 ປີ ສາຍພົວພັນແບບກວມລວມ ລະຫວ່າງສະຫະລັດອາເມຣິກາ ແລະ ສປປ ລາວ ແລະ ການສະເຫຼີມສະຫຼອງຄົບຮອບ 20 ປີ ຂອງໂຄງການ AFCP ໃນ ສປປ ລາວ ພວກເຮົາມີຄວາມໝາຍໝັ້ນທີ່ຈະເຮັດວຽກຮ່ວມກັບປະຊາຊົນ ແລະ ລັດຖະບານ ສປປ ລາວ ໃນທຸກດ້ານ ໃນການປົກປັກຮັກສາ ແລະ ພັດທະນາ ເສດຖະກິດ ແລະ ສັງຄົມ.

ສໍາລັບທຶນໂຄງການ AFCP ທີ່ທົ່ງໄຫຫີນນີ້ ແມ່ນໄດ້ມີ 3 ອົງປະກອບຫຼັກ ຄື: ການສ້າງຖານຂໍ້ມູນ ໄຫຫີນ ແລະ ລະບົບ GIS ເພື່ອ ຮັກສາບັນຊີລາຍຊື່ໄຫຫີນ ແລະ ແຫຼ່ງໄຫຫີນ ການອະນູຮັກ-ຮັກສາ ແລະ ບູລະນະຄຸ້ມຄອງໄຫຫີນທີ່ມີຄວາມເສຍຫາຍ ລວມທັງຝາປິດພ້ອມ. ນອກນັ້ນ ຍັງຈະໄດ້ມີການສ້າງ ຄວາມເຂັ້ມແຂງໃຫ້ແກ່ພະນັກງານ ແລະ ເຈົ້າໜ້າທີ່ຫ້ອງການມໍລະດົກໂລກ ທີ່ຮັບຜິດຊອບໃນເຂດ ມໍລະດົກແຫ່ງນີ້.

ປີນີ້ ເປັນປີແຫ່ງການສະເຫຼີມສະຫຼອງຄົບຮອບ 20 ປີ ຂອງໂຄງການ AFCP ໃນທົ່ວໂລກ ກໍຄືໃນ ສປປ ລາວ. ທຶນທ່ານເອກອັກຄະລັດຖະທູດ ໄດ້ໃຫ້ການສົ່ງເສີມສະໜັບສະໜູນໂຄງການຕ່າງໆໃນທົ່ວໂລກ ເພື່ອອະນຸຮັກຮັກສາຄວາມຫຼາກຫຼາຍມໍລະດົກທາງວັດທະນະທຳແຫ່ງຊາດໃນຫຼາຍຂອບເຂດ ໃນບັນດາປະເທດທີ່ດ້ອຍພັດທະນາ ເຊິ່ງລວມມີການປົກປັກຮັກສາຕຶກອາຄານທາງດ້ານປະຫວັດສາດ ແຫຼ່ງບູຮານຄະດີ ວັດຖຸທາງວັດທະນະທຳຂອງຊົນເຜົ່າ ຮູບແຕ້ມ ໜັງສືໃບລານ ພາສາພື້ນເມືອງດັ່ງເດີມ ແລະ ສິ່ງສະແດງອອກທາງດ້ານວັດທະນະທໍາ ຮີດຄອງປະເພນີ ໃນຮູບແບບຕ່າໆ.
# ຂ່າວ & ພາບ : ໄຊບັນດິດ