ຕາມບົດຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ປະຈຳວັນທີ 28 ສິງຫາ 2021 ຈາກທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ຢູ່ ສປປ ລາວ ມາຮອດວັນທີ 27 ສິງຫາ 2021 ໄດ້ກວດວິເຄາະທັງໝົດ 2.839 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 115 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 60 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື: ນະຄອນຫຼວງ 17 ຄົນ (ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ) ບໍ່ແກ້ວ 20 ຄົນ ຫຼວງພະບາງ 2 ຄົນ ຫຼວງນ້ຳທາ 1 ຄົນ ຄຳມ່ວນ 2 ຄົນ ສະຫວັນນະເຂດ 18 ຄົນ.

ສ່ວນ ກໍລະນີນໍາເຂົ້າ ມີ 55 ຄົນ ຈາກ ສາລະວັນ 15 ຄົນ ສະຫວັນນະເຂດ 12 ຄົນ ຈຳປາສັກ 12 ຄົນ ຄຳມ່ວນ 9 ຄົນ ນະຄອນຫຼວງ 4 ຄົນ ແຂວງວຽງຈັນ 1 ຄົນ ໄຊຍະບູລີ 1 ຄົນ ແລະ ບໍລິຄຳໄຊ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ. ປັດຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງ ປັດຈຸບັນ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 14.466 ຄົນ ຄົນເຈັບເສຍຊີວິດສະສົມ 12 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4.843 ຄົນ.
# ຂ່າວ & ພາບ : ວຽງມາ