ສອງບໍລິສັດ ມອບຊິມໂທລະສັບຊຸກຍູ້ວຽກງານຕ້ານໂຄວິດ-19 ຢູ່ ນວ

    ບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນ ແລະ ບໍລິສັດສະຕາເທເລຄອມ (ຢູນີເທວ) ໄດ້ນຳເອົາຊິມໂທລະສັບ ແລະ ແຜ່ນປ້າຍໂຄສະນາວິທີລົງທະບຽນ-ການນຳໃຊ້ຊິມມາມອບໃຫ້ແກ່ຄະນະສະເພາະກິດປ້ອງກັນ ຄວບຄຸມ ແລະ ສະກັດກັ້ນພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ (ນວ) ວັນທີ 27 ສິງຫາ 2021 ທີ່ຫ້ອງວ່າການປົກຄອງ ນວ ຕາງໜ້າມອບໂດຍທ່ານ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮັບໂດຍທ່ານ ໂພຄຳ ໄຊຍະສອນ ຫົວໜ້າຫ້ອງວ່າການປົກຄອງ ຫົວໜ້າພະແນກການຕ່າງປະເທດ ນວ ມີຕາງໜ້າສອງບໍລິສັດພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 ສຳລັບການມອບໃນຄັ້ງນີ້ ບໍລິສັດລາວໂທລະຄົມ ມະນາຄົມ ມະຫາຊົນ ໄດ້ມອບຊິມໂທລະສັບທີ່ສາມາດນຳໃຊ້ໂທ ແລະ ຫຼີ້ນອິນເຕີເນັດ ມີມູນຄ່າໂທໃນຊິມ 60.000 ກີບ ອິນເຕີເນັດ 5 ກິກ ສາມາດນຳໃຊ້ໄດ້ 21 ວັນ ຈຳນວນ 750 ຊິມ ແລະ ແຜ່ນປ້າຍໂຄສະນາວິທີລົງທະບຽນ-ການນຳໃຊ້ຊິມ ມູນຄ່າ 68.000.000 ກວ່າກີບ ສ່ວນບໍລິສັດຢູນີເທວ ໄດ້ນຳເອົາຊິມໂທລະສັບຈຳນວນ 750 ຊິມ ທີ່ສາມາດນຳໃຊ້ໂທ ແລະ ຫຼີ້ນອິນເຕີເນັດ ໃນຊິມມີມູນຄ່າໂທ 60.000 ກີບ ອິນເຕີເນັດ 5 ກິກ ມູນຄ່າ 60.000.000 ລ້ານກີບ ທັງນີ້ເພື່ອເປັນການຊຸກຍູ້ ແລະ ອຳນວຍຄວາມສະດວກໃນການຕິດຕໍ່ສື່ສານເຊິງກັນ ແລະ ກັນ.

    ໂອກາດນີ້ ທ່ານ ໂພຄຳ ໄຊຍະສອນ ກໍໄດ້ສະແດງຄວາມຂອບໃຈມາຍັງບໍລິສັດດັ່ງກ່າວທີ່ເປັນຫ່ວງເປັນໄຍຕໍ່ກັບວຽກງານປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 ໂດຍສະເພາະແມ່ນການຕິດຕໍ່ສື່ສານຕ່າງໆຂອງຄະນະສະເພາະກິດ ນວ ແລະ ຈະນຳໄປໃຊ້ໃຫ້ເກີດປະໂຫຍດສູງສຸດ.

# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!