ມູນນິທິ Firefly Misson ປະກອບສ່ວນຊ່ວຍເຫຼືອຜູ້ປະສົບໄພຈາກພະຍາດໂຄວິດ-19 ຢູ່ລາວ

    ​ວັນທີ 27 ສິງຫາ 2021 ທີ່ອົງການກາແດງລາວ ທ່ານ ເຄັດສະໂຕເຟີ ຕາງໜ້າມູນນິທິ Firefly Misson ສິງກະໂປປະຈໍາ ສປປ ລາວ ໄດ້ມອບເງິນຈໍານວນ 20.000 ໂດລາສະຫະລັດ ຫຼື ປະມານ 200 ລ້ານກີບ ເພື່ອຊ່ວຍເຫຼືອຜູ້ປະສົບໄພຈາກພະຍາດໂຄວິດ-19 ຢູ່ສູນຈໍາກັດບໍລິເວນ ໃນ ສປປ ລາວ ໂດຍການກ່າວຮັບຂອງທ່ານ ພູທອນ ເມືອງປາກ ປະທານອົງການກາແດງລາວ ມີຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ​ໄລຍະຜ່ານມາ ມູນນິທິ Firefly Misson ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ຫຼາຍພໍສົມຄວນ ໂດຍສະເພາະ ໄດ້ຊ່ວຍປັບປຸງໂຮງໝໍຢູ່ເມືອງເມືອງສະໜາມໄຊ ໃນໄລຍະເຂື່ອນເຊປ່ຽນ-ເຊນໍ້ານ້ອຍແຕກ ປັດຈຸບັນນີ້ ມູນນິທິ Firefly Misson ມີ 2 ໂຄງການຢູ່ເມືອງໄຊພູທອງ ແລະ ເມືອງເຊໂປນ ແຂວງສະຫວັນນະເຂດ ຊ່ວຍປັບປຸງກໍ່ສ້າງໂຮງຮຽນ ນອກຈາກນີ້ຍັງໄດ້ໃຫ້ການຊ່ວຍເຫຼືອວຽກງານອື່ນຕື່ມອີກຈໍານວນໜຶ່ງເຊິ່ງໄລຍະນີ້ແມ່ນໄລຍະການລະບາດຂອງພະຍາດໂຄວິດ-19 ມູນນິທິ Firefly Misson ຈະໃຫ້ການຊ່ວຍເຫຼືອໃນການປ້ອງກັນການລະບາດພະຍາດໂຄວິດ-19 ເຊິ່ງເງິນ 20.000 ໂດລາສະຫະລັດທີ່ໄດ້ຮັບຄັ້ງນີ້ ແມ່ນຈະນໍາໄປຈັດຊື້ອາຫານ ໃຫ້ແຮງງານລາວທີ່ກັບມາຈາກຕ່າງປະເທດ ຢູ່ສູນຈໍາກັດບໍລິເວນຕ່າງໆ ເງິນຈໍານວນດັ່ງກ່າວ ສາມາດຕອບສະໜອງໄດ້ (ລ້ຽງອາຫານ 3 ຄາບ) 500 ຄົນ ທີ່ກັກໂຕ 14 ວັນ.

# ຂ່າວ & ພາບ : ລັດເວລາ

error: Content is protected !!