ຮ່າງແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳໄດ້ຮັບການຮັບຮອງໃນກອງປະຊຸມລັດຖະບານປະຈຳເດືອນສິງຫາ

    ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນສິງຫາ 2021 ທີ່ຜ່ານມາ ໄດ້ພິຈາລະນາວາລະແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ປີ 2021-2025 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສະເໜີມາ ກອງປະຊຸມພາຍໃຕ້ການເປັນປະທານຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແລະ ບັນດາທ່ານສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ ຜົນກອງປະຊຸມ ໂດຍພື້ນຖານເຫັນດີຮັບຮອງເອົາຮ່າງແຜນພັດທະນາດັ່ງກ່າວ ເນື່ອງຈາກແຜນພັດທະນາດັ່ງກ່າວ ແມ່ນມີຄວາມສໍາຄັນຫຼາຍຕໍ່ການສ້າງຖານການຜະລິດພາຍໃນປະເທດໂດຍຂະແໜງດັ່ງກ່າວແມ່ນປະກອບໜຶ່ງໃນໂຄງປະກອບເສດຖະກິດກໍຄືການຜັນຂະຫຍາຍໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ປີ 2021-2025 ແລະ ສະໜັບສະໜູນ 2 ວາລະແຫ່ງຊາດ.

     ເປົ້າໝາຍລວມຂອງແຜນພັດທະນາສະບັບນີ້ ແມ່ນເພື່ອ:

   1) ພັດທະນາອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາທີ່ເປັນທ່າແຮງໃຫ້ສ້າງມູນຄ່າເພີ່ມສູງ ໄດ້ມາດຕະຖານ ແລະ ສາມາດແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນໄດ້ 

    2) ສົ່ງເສີມ ແລະ ພັດທະນາອຸດສາຫະກໍາປຸງແຕ່ງໃຫ້ກ້າວສູ່ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ 

    3) ພັດທະນາໂຄງລ່າງພື້ນຖານ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍແກ່ອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ 

    4) ພັດທະນາສິນຄ້າຫັດຖະກຳທີ່ເປັນຈຸດສຸມໃຫ້ໄດ້ຄຸນນະພາບ ແລະ ມາດຕະຖານ ການສ້າງມູນຄ່າເພີ່ມໃຫ້ສາມາດແຂ່ງຂັນໃນຕະຫຼາດພາຍໃນ ແລະ ຕ່າງປະເທດ 

    5) ສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຊາວຊ່າງຫັດຖະກຳ ແລະ ກຸ່ມຜູ້ຜະລິດສິນຄ້າຫັດຖະກຳ ເຊື່ອມໂຍງກັບການທ່ອງທ່ຽວ 

    6) ສົ່ງເສີມການສະຫງວນ ອະນຸຮັກ ແລະ ປົກປັກຮັກສາ ພູມປັນຍາຫັດຖະກຳ ແລະ ມູນເຊື້ອມໍລະດົກວັດທະນະທຳຫັດຖະກຳ ໃຫ້ມີຄວາມຍືນຍົງ 

    7) ເພີ່ມທະວີກົນໄກການປະສານງານ ແລະ ຮ່ວມມືກັບພາຍໃນ ແລະ ຕ່າງປະເທດເພື່ອສົ່ງເສີມ ພັດທະນາ ແລະ ຄຸ້ມຄອງອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ.

      ຄາດໝາຍລວມຂອງແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ມີດັ່ງນີ້: ອັດຕາການປະກອບສ່ວນອຸດສາຫະກຳປຸງແຕ່ງໃນລວມຍອດຜະລິດຕະພັນພາຍໃນ (GDP) 12% ອັດຕາຂະຫຍາຍຕົວມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ລະຫວ່າງ 8-10% ຕໍ່ປີ ການສົ່ງອອກສິນຄ້າອຸດສາຫະກຳປຸງແຕ່ງ ຂະຫຍາຍຕົວສະເລ່ຍ 18% ຕໍ່ປີ ແລະ ມູນຄ່າສົ່ງອອກສີິນຄ້າອຸດສາຫະກຳປຸງແຕ່ງ ກວມ 50% ຂອງມູນຄ່າການສົ່ງອອກທັງໝົດ ການສົ່ງອອກສິນຄ້າຫັດຖະກຳຂະຫຍາຍຕົວ ລະຫວ່າງ 5-7% ຕໍ່ປີ ສູ້ຊົນເຮັດໃຫ້ຈໍານວນໂຮງງານ: ຂະໜາດນ້ອຍ, ກາງ ແລະ ໃຫຍ່ ໃໝ່ເພີ່ມຂຶ້ນ 2% ຕໍ່ປີການສ້າງວຽກເຮັດງານທໍາໃນຂະແໜງອຸດສາຫະກຳປຸງແຕ່ງຂະຫຍາຍຕົວລະຫວ່າງ 2-3% ຕໍ່ປີ.

ໂດຍແຜນພັດທະນາອຸດສາຫະກໍາປີ 2021-2025 ສະບັບນີ້ເນັ້ນໃຫ້ຄວາມສໍາຄັນວຽກງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກໍາ ໂດຍສະເພາະການຊຸກຍູ້ສົ່ງເສີມ 8 ກຸ່ມອຸດສາຫະກຳທີ່ເຫັນວ່າມີທ່າແຮງ 

    1. ອຸດສາຫະກໍາປຸງແຕ່ງອາຫານ ແລະ ເຄື່ອງດື່ມ 

    2. ອຸດສາຫະກໍາແຜ່ນແພ ເຄື່ອງນຸ່ງຫົ່ມ ແລະ ເກີບ 

    3. ອຸດສາຫະກໍາວັດສະດຸກໍ່ສ້າງ 

    4. ອຸດສາຫະກໍາປຸງແຕ່ງຜະລິດຕະພັນຈາກກະສິກໍາ (ທີ່ບໍ່ແມ່ນສະບຽງອາຫານ) ແລະ ປ່າໄມ້ 

    5. ອຸດສາຫະກໍາປຸງແຕ່ງແຮ່ທາດໂລຫະ ແລະ ເຄມີອຸດສາຫະກໍາ 

    6. ອຸດສາຫະກໍາເຄື່ອງໃຊ້ໄຟຟ້າ ແລະ ຊິ້ນສ່ວນເອເລັກໂຕຣນິກ 

    7. ອຸດສາຫະກໍາພາຫະນະ ແລະ ກົນຈັກຮັບໃຊ້ກະສິກໍາ 

    8. ອຸດສາຫະກໍາສິ່ງພິມ ແລະ ເຄື່ອງຫຸ້ມຫໍ່,

    ທີ່ປະຊຸມ ໄດ້ມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້ານໍາເອົາຄໍາເຫັນຂອງບັນດາສະມາຊິກລັດຖະບານ ແລະ ຜົນຂອງກອງປະຊຸມ ເພື່ອປັບປຸງດ້ານເນື້ອໃນ ແລະ ນໍາສະເໜີຜ່ານທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເພື່ອມີຄໍາເຫັນອັນສຸດທ້າຍ ກ່ອນສະເໜີລັດຖະບານ ເພື່ອຮັບຮອງ ແລະ ປະກາດໃຊ້.

# ຂ່າວ & ພາບ : ເພັດສະໝອນ

error: Content is protected !!