ກະຊວງສາທາລະນະສຸກ ກຽມການກໍ່ສ້າງໂຮງໝໍມະຫາວິທະຍາໄລ ເຊິ່ງຈະເປີດນຳໃຊ້ພາຍໃນ 3 ປີຂ້າງໜ້າ ຄືປີ 2024 ເຊິ່ງເປັນໂຮງໝໍແຫ່ງທຳອິດ ແລະ ທັນສະໄໝໃນ ສປປ ລາວ ໂຮງໝໍດັ່ງກ່າວ ຈະເປັນສະຖານທີ່ບໍລິການຂັ້ນສູງທີ່ໄດ້ມາດຕະຖານສຳລັບການຮຽນ ການສອນ ຄົ້ນຄວ້າຊອກຫາວິທີການໃໝ່ໆໃນການປິ່ນປົວ ພ້ອມທັງຜະລິດບຸຄະລາຄອນການແພດໃຫ້ມີຄຸນນະພາບເພື່ອອອກຮັບໃຊ້ສັງຄົມ ກໍຄືຮັບໃຊ້ພໍ່ແມ່ນປະຊາຊົນ ເຊິ່ງບຸຄະລາກອນທີ່ຈົບອອກມາ ຈະສະໜອງໃຫ້ສະຖານທີ່ບໍລິການຂັ້ນຕ່າງໆໃນຂອບເຂດທົ່ວປະເທດຄື: ໂຮງໝໍແຂວງ ໂຮງໝໍເມືອງ ໂຮງໝໍນ້ອຍ ລວມທັງໂຮງໝໍເອກະຊົນ.

ໂຮງໝໍມະຫາວິທະຍາໄລ ຕັ້ງຢູ່ວິທະຍາເຂດດົງໂພສີ ເຊິ່ງປະກອບດ້ວຍອາຄານຮຽນທາງການແພດ ອາຄານປິ່ນປົວ 400 ຕຽງ ອຸປະກອນການແພດ ແລະ ອຸປະກອນການສຶກສາທີ່ທັນສະໄໝ ການກໍ່ສ້າງ ແມ່ນພາຍໃຕ້ການຊ່ວຍເຫຼືອໃນຮູບແບບໂຄງການເງິນກູ້ຢືມດອກເບັ້ຍຕ່ຳຈາກທະນາຄານ EDCF ສ. ເກົາຫຼີ (ກອງປະຊຸມລາຍງານຄວາມຄືບໜ້າການກໍ່ສ້າງໂຮງໝໍມະຫາວິທະຍາໄລ 27 ສິງຫາ 2021)
# ຂ່າວ & ພາບ : ເພັດສະໝອນ