ຄະນະສະເພາະກິດ ກໍານົດມາດຕະການໄລຍະຜ່ອນຜັນ ຖ້າບໍ່ມີກໍລະນີຕິດເຊື້ອໃໝ່ເພີ່ມ​

    ຄະນະສະເພາະກິດ ໄດ້ຫາລືກັນກ່ຽວກັບມາດຕະການໄລຍະຜ່ອນຜັນ ເຊິ່ງມີແຜນປະຕິບັດເປັນ 2 ໄລຍະ ຖ້າບໍ່ມີລາຍງານກໍລະນີຕິດເຊື້ອໃໝ່ໃນ ສປປ ລາວ ຈົນຮອດວັນທີ 3 ພຶດສະພາ 2020 ເພື່ອເປັນການຫຼຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ຜົນກະທົບຕໍ່ເສດຖະກິດ-ສັງຄົມ ຂອງປະເທດ.​

    ມາດຕະການຜ່ອນຜັນ ແມ່ນໄດ້ຫາລືກັນຢູ່ທີ່ກອງປະຊຸມຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນວັນທີ 27 ເມສາ 2020. ກອງປະຊຸມດັ່ງກ່າວພາຍໃຕ້ການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ທັງເປັນປະທານຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19.​

    ສຳລັບການກຳນົດໄລຍະເວລາຜ່ອນຜັນ ແມ່ນມີ 2 ໄລຍະຄື: ໄລຍະທີ 1 ແຕ່ວັນທີ 4 ຫາ 31 ພຶດສະພາ 2020 ແລະ ໄລຍະທີ 2 ແຕ່ວັນທີ 1 ຫາ 30 ມິຖຸນາ 2020.​

    ມາດຕະການຜ່ອນຜັນສຳລັບໄລຍະທີ 1 ຖ້າບໍ່ມີລາຍງານກໍລະນີຕິດເຊື້ອໃໝ່ໃນ ສປປ ລາວ ຈົນຮອດວັນທີ 3 ພຶດສະພາ 2020 ປະກອບມີ: ການອະນຸຍາດໃຫ້ສຳນັກງານ-ອົງການ ເປີດໃຫ້ພະນັກງານ-ລັດຖະກອນມາເຮັດວຽກປົກກະຕິ ອະນຸຍາດໃຫ້ພໍ່ແມ່ປະຊາຊົນ ພະນັັກງານ-ລັດຖະກອນ ທະຫານ, ຕຳຫຼວດ ສາມາດອອກຈາກເຮືອນ ເດີນທາງຢູ່ໃນແຂວງກໍລະນີຈຳເປັນ ອະນຸຍາດໃຫ້ມີການຈັດເຝິກອົບຮົມ ຈັດກອງປະຊຸມທາງການ ແລະ ກິດຈະກໍາທາງສາສະໜາ ອະນຸຍາດໃຫ້ອອກກຳລັງກາຍ ຫຼື ຫຼີ້ນກິລາກາງແຈ້ງ ອະນຸຍາດເປີດໂຮງງານ ໂຄງການໃຫຍ່ ແລະ ອະນຸຍາດເປີດໂຮງຮຽນ.​

    ສ່ວນໄລຍະທີ 2 ຖ້າບໍ່ມີລາຍງານກໍລະນີຜູ້ຕິດເຊື້ອໃໝ່ຮອດວັນທີ 31 ພຶດສະພາ 2020 ແລະ ສະພາບການເກີດພະຍາດໂຄວິດ-19 ໃນບັນດາປະເທດໃກ້ຄຽງມີທ່າອ່ຽງຫຼຸດລົງນັ້ນ ແມ່ນຈະໄດ້ຍົກເລີກບັນດາມາດຕະການທັງໝົດໃນຄຳສັ່ງເລກທີ 06/ນຍ ຍົກເວັ້ນມາດຕະການຫ້າມການເດີນທາງເຂົ້າປະເທດຂອງຜູ້ເດີນທາງທົ່ວໄປ.

    ທັງສອງມາດຕະການທີ່ກ່າວມານັ້ນ ຈະໄດ້ສະເໜີຕໍ່ກອງປະຊຸມ ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ ທີ່ຈະຈັດຂຶ້ນໃນວັນທີ 28 ເມສາ 2020 ນີ້ ເພື່ອພິຈາລະນາວ່າ ອັນໃດຄວນຜ່ອນຜັນໄດ້ ແລະ ອັນໃດຍັງຕ້ອງສືບຕໍ່ປະຕິບັດ.

error: Content is protected !!