ຫາດຊາຍຟອງເອົາໃຈໃສ່ເຂັ້ມງວດ ກວດກາເວນຍາມຄົນເຂົ້າ-ອອກ ພາຍໃນເມືອງ

    ເຖິງແມ່ນວ່າປັດຈຸບັນ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດເຮົາ ໂດຍລວມມີທ່າກ້າວອັນດີເປັນເວລາກວ່າ 2 ອາທິດທີ່ບໍ່ມີຜູ້ຕິດເຊື້ອ ແຕ່ເຖິງຢ່າງໃດກໍດີ ກໍບໍ່ໃຫ້ພາກັນລະເຫຼີງເກີນໄປ ເພາະພະຍາດດັ່ງກ່າວເປັນສິ່ງທີ່ເບິ່ງບໍ່ເຫັນ ບໍ່ຮູ້ວ່າມັນຈະກັບຄືນມາລະບາດອີກຄັ້ງ ຄືດັ່ງບັນດາປະເທດອື່ນທີ່ເປັນບົດຮຽນໃຫ້ເຫັນມາແລ້ວ ເພາະສະນັ້ນ ທຸກຄົນຕ້ອງມີສະຕິເປັນເຈົ້າການນຳກັນ ສືບຕໍ່ເອົາໃຈໃສ່ປະຕິບັດຕາມຄຳສັ່ງແນະນຳເລກທີ 06/ນຍ ຂອງທ່ານນາຍົກລັດຖະມົນຕີຢ່າງເຂັ້ມງວດ.

    ທ່ານ ພັນຕີ ແດງນ້ອຍ ສີຫາລາດ ຫົວໜ້າກອງຮ້ອຍຈະລາຈອນເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ຕາມປົກກະຕິແລ້ວ ທາງອ້າຍນ້ອງຕຳຫຼວດກອງຮ້ອຍຈະລາຈອນເມືອງຂອງພວກເຮົາກໍເອົາໃຈໃສ່ການປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜີດຊອບສູງ ແລະ ເປັນປົກກະຕິ ຍິ່ງພົບກັບສະພາບການລະບາດຂອງພະຍາດໂຄວິດ-19 ທາງກອງພວກເຮົາກໍຍິ່ງເພີ່ມທະວີຄວາມເຂັ້ມງວດ ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດຕາມຄຳສັ່ງແນະນໍາເລກທີ 06/ນຍ ໂດຍການປະສານສົມທົບກັບກຳລັງ ປກສ ນະຄອນ ຫຼວງ ແລະ ກຳລັງປ້ອງກັນຄວາມຫງົບເມືອງ ກຸ່ມບ້ານ ອຳນາດການປົກຄອງ ແລະ ອົງການຈັດຕັ້ງມະຫາຊົນ ຄຸມເຂັ້ມຈັດການປ້ອງກັນເວນຍາມຕະຫຼອດ 24 ຊົ່ວໂມງ ໂດຍແບ່ງຈຸໜ່ວຍປະຈຳການອອກເປັນ 5 ຈຸດ ຈຸດໃຫຍ່ກວ່າໝູ່ກໍແມ່ນເສັ້ນທາງຂົວມິດຕະພາບ ຕໍ່ໜ້າສ່ວນວັດທະນະທຳ  (ສວນອິນແປງ) ເຊິ່ງເລິ່ມຈັດຕັ້ງປະຕິບັດກັນມາແຕ່ວັນທີ 1 ເມສາ 2020 ຈົນເຖິງປັດຈຸບັນ ນອກຈາກນີ້ ຕາມກຸ່ມບ້ານກໍໄດ້ຈັດກຳລັງເວນຍາມ ກວດກາຕິດຕາມຄົນເຂົ້າອອກພາຍໃນກຸ່ມບ້ານເຊັ່ນກັນ ເຊິ່ງນອກຈາກການເວນຍາມກວດກາຄົນເຂົ້າອອກແລ້ວ ທາງໜ່ວຍຈຸປະຈຳການໃນແຕ່ລະວັນ ຍັງໄດ້ເຜີຍແຜ່ແນະນຳໃຫ້ຄວາມຮູ້ ສ້າງຄວາມເຂົ້າໃຈໃຫ້ກັບພໍ່ແມ່ປະຊາຊົນຜູ້ໃຊ້ລົດໃຊ້ຖະໜົນ ກ່ຽວກັບກົດລະບຽບຈະລາຈອນ ໂດຍສະເພາະໃຫ້ຮູ້ເຂົ້າໃຈຕໍ່ຄຳສັ່ງແນະນຳເລກທີ 06/ນຍ ຂອງທ່ານນາຍົກລັດຖະມົນຕີນຳອີກ.

    ຜ່ານການຈັດຕັ້ງປະຕິບັດວກຽກງານຜ່ານມາ ໂດຍລວມເຫັນວ່າພໍ່ແມ່ປະຊາຊົນໄດ້ໃຫ້ການຮ່ວມມື ເປັນຢ່າງດີ ແຕ່ກໍຍັງມີຈຳນວນໜື່ງຍັງບໍ່ເຂົ້າໃຈ ແລະ ຖືເບົາ ສະແດງອອກໄລະຍະ 2-3 ວັນນີ້ ເຫັນວ່າມີພໍ່ແມ່ປະຊາຊົນອອກນອກເຮືອນຫຼາຍຂຶ້ນ ຈຶ່ງຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຈົ່ງພ້ອມກັນອົດທົນ ບໍ່ມີວຽກ ຈຳເປັນກໍບໍ່ຕ້ອງອອກມາ ແຕ່ຖ້າຈຳເປັນຕ້ອງອອກຈາກບ້ານເຮືອນ ກໍຕ້ອງມີສະຕິ ເປັນເຈົ້າການດູແລຕົນ ເອງ ໃສ່ຜ້າອັດປາກອັດດັງ ແລະ ໝັ່ນລ້າງມື ແລະ ຫຼີກລ່ຽງການພົບປະບ່ອນມີຜູ້ຄົນຈຳນວນຫຼາຍ ເພື່ອຄວາມປອດໄພຂອງຕົວທ່ານເອງ.  

error: Content is protected !!