ໄຊທານີ ມີກໍລະນີສະສົມໄຂ້ຍຸງລາຍ 89 ກໍລະນີ

    ທ່ານ ຄໍາເປີ້ຍ ໄຊຍະເສນ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງໄຊທານີ ໃຫ້ຮູ້ວັນທີ 27 ເມສາ 2020 ວ່າ: ເມືອງໄຊທານີປະກອບມີ 104 ບ້ານ ແລະ 13 ເຂດຮັບຜິດຊອບ ເຊິ່ງສະພາບການເກີດໄຂ້ຍຸງລາຍພາຍໃນເມືອງແມ່ນໄດ້ເກີດເປັນຈຸດ ເປັນເຂດຄື: ເຂດທ່າງອນ ເວີນຄໍາ ດົງໂດກ ແລະ ເຂດຫາດກ້ຽງ ນັບແຕ່ເດືອນມັງກອນ 2020 ເປັນຕົ້ນມາຈົນເຖິງປັດຈຸບັນ ທົ່ວເມືອງມີກໍລະນີສະສົມໄຂ້ຍຸງລາຍ 89 ກໍລະນີ ຍິງ 43 ກໍລະນີ ໃນນີ້ ເດັກລຸ່ມ 5 ປີ 3 ກໍລະນີ ຍິງ 2 ກໍລະນີ ອາຍຸຫຼາຍກວ່າ 60 ປີ ມີ 2 ກໍລະນີ (ເພດຍິງ) ແລະ ມີກໍລະນີເສຍຊີວິດ 1 ກໍລະນີ ເພດຍິງ ອາຍຸ 31 ປີ ຢູ່ບ້ານທ່າສະຫວ່າງ (ຍ້ອນຄວາມເອົາໃຈໃສ່ຂອງຄອບຄົວ ແລະ ຜູ້ກ່ຽວເປັນຄົນທີ່ການພັດທະນາສະໝອງບໍ່ດີ ເປັນຄົນບໍ່ເຕັມ ໄປຊື້ຢາມາກິນເອງ ເລົ່າອາການບໍ່ຈະແຈ້ງ ມາໂຮງໝໍຊ້າ) ຕໍ່ກັບສະພາບການດັ່ງກ່າວ ກໍໄດ້ລົງໄປສີດຢາ ພ້ອມທັງລະດົມໃຫ້ພໍ່ແມ່ປະຊາຊົນປະຕິບັດ 5 ປ ທີ່ກະຊວງສາທາລະນະສຸກວາງອອກ ສ່ວນເຂດອື່ນ ຫຼືບ້ານທີ່ບໍ່ມີກໍລະນີເປັນໄຂ້ຍຸງລາຍ ຫຼືເສຍຊີວິດ ໄດ້ນໍາພາພໍ່ແມ່ປະຊາຊົນເຮັດຂະບວນການທໍາລາຍແຫຼ່ງເພາະພັນໝອນນໍ້າຍຸງລາຍ ກໍາຈັດຂີ້ເຫຍື້ອທີ່ເປັນບ່ອນແຜ່ພັນຂອງຍຸງລາຍ. 

    ເພື່ອເປັນການຕອບຕ້ານໄຂ້ຍຸງລາຍ ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນໃຫ້ພ້ອມກັນເອົາໃຈໃສ່ເຮັດຄວາມສະອາດບ້ານເຮືອນຂອງຕົນ ພ້ອມກັນເອົາໃຈໃສ່ປະຕິບັດ 5 ປ ຄື: ປິດຝາຊະນະທີ່ເກັບນໍ້າໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ໃສ່ ປ່ຽນນໍ້າ ແລະ ຜັດຖູພາຊະນະເຊັ່ນ: ເຕົ້າດອກໄມ້ ນໍ້າຮອງຕີນຕູ້ ຖ້ານຮອງຈອກນໍ້າ ປ່ອຍປາຫາງນົກຍູງເພື່ອກິນໝອນນໍ້າ ປັບປຸງບໍ່ໃຫ້ມີນໍ້າຂັງ ກະໂປະ ກະປ໋ອງ ຮາງລິນ ຢາງຕີນລົດເກົ່າ ແລະ ປະຕິບັດເປັນປະຈໍາທຸກໆອາທິດ ຖ້າເປັນໄຂ້ໃຫ້ໄປປິ່ນປົວຢູ່ໂຮງໝໍ ຫຼືສຸກສາລາໃກ້ບ້ານທ່ານ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!