ອົດສະຕຣາລີ ມອບອຸປະກອນ ແລະ ເຄື່ອງມືກວດຫາເຊື້ອໂຄວິດ-19 ໃຫ້ ສປປ ລາວ

      ພິທີມອບ-ຮັບອຸປະກອນ ແລະ ເຄື່ອງມືກວດຫາເຊື້ອພະຍາດໂຄວິດ-19 ຈາກລັດຖະບານອົດສະຕຣາລີ ມູນຄ່າ 2.250.000 ໂດລາອົດສະຕຣາລີ ຫຼື ປະມານ 15,4 ຕື້ກີບ ຜ່ານອົງການອະນາໄມໂລກ  (WHO) ຈັດຂຶ້ນວັນທີ 26 ສິງຫາ 2021 ທີ່ກະຊວງສາທາລະນະສຸກ ເປັນກຽດກ່າວມອບໂດຍທ່ານ ພໍ ເຄັນລີ້ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ແລະ ກ່າວຮັບໂດຍທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ມີທ່ານ ຈູນ ກາວ ຮັກສາການຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ການປະກອບສ່ວນຈາກລັດຖະບານອົດສະຕຣາລີຄັ້ງນີ້ ແມ່ນການຊ່ວຍເຫຼືອເພີ່ມເຕີມຈາກການຊ່ວຍເຫຼືອຈຳນວນ 16,2 ລ້ານໂດລາອົດສະຕຣາລີ ຫຼື ປະມານ 111,6 ຕື້ກີບ ໃຫ້ແກ່ລັດຖະບານລາວ ດ້ານວັກຊິນກັນພະຍາດໂຄວິດ-19 ປັດຈຸບັນ ກະຊວງສາທາລະນະສຸກສາມາດກວດຫາເຊື້ອໄດ້ໃນເວລາທີ່ສັ້ນຂຶ້ນ ໂດຍສະເພາະໃນບັນດາແຂວງພາກເໜືອ ແລະ ພາກໃຕ້ ຜ່ານການເສີມຂະຫຍາຍ ແລະ ການແບ່ງຂັ້ນຄຸ້ມຄອງດ້ານການກວດຫາເຊື້ອ ໂດຍຈາກການສະໜັບສະໜູນຂອງທຶນຊ່ວຍເຫຼືອດັ່ງກ່າວນີ້.

    ການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ຊ່ວຍໃຫ້ປະເທດລາວສາມາດຫຼຸດຜ່ອນເວລາໃນການຂົນສົ່ງ ແລະ ກວດຫາຕົວຢ່າງໃນຂັ້ນສູນກາງ ຊ່ວຍໃຫ້ມີການດຳເນີນງານທີ່ໄວຂຶ້ນ ເພື່ອຫຼຸດຜ່ອນການແຜ່ເຊື້ອ ໂດຍສະເພາະການພົບຕົວເລກບັນທຶກປະຈຳວັນທີ່ສູງທີ່ສຸດຈຳນວນ 952 ກໍລະນີ ໃນວັນທີ 25 ສິງຫາ 2021 ຜ່ານມາ.

# ຂ່າວ & ພາບ: ຊິລິການດາ

error: Content is protected !!