ກວດພົບຜູ້ຕິິດເຊື້ອ 247 ກໍລະນີ ຂະນະທີ່ ນວ ພົບຜູ້ຕິດເຊື້ອໃນຊຸມຊົນ 5 ຄົນ

    ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍທ່ານ ດຣ ຄໍາພົ້ວ ສຸດທິສົມບັດ ຫົວໜ້າກົມປິ່ນປົວ ແລະ ພື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈໍາວັນທີ 27 ສິງຫາ 2021ຢູ່ກະຊວງສາທາລະນະສຸກວ່າ: ມື້ຜ່ານມາ ໄດ້ກວດວິເຄາະທັງໝົດ 3.​740  ຕົວຢ່າງ ຜົນການວິໄຈ ພົບຜູ້ຕິດເຊື້ອ COVID-19  ຈຳນວນທັງໝົດ  247 ກໍລະນີ ໃນນັ້ນ ກໍລະນີນໍາເຂົ້າຈາກແຮງງານທີ່ຖືກຕ້ອງຕາມກົດໝາຍ ມີ 144 ກໍລະນີ  ແລະ ກໍລະນີຊຸມຊົນທີ່ໄດ້ມີການສຳຜັດກັບຜູ້ຕິດເຊື້ອຜ່ານມາຈໍານວນ 103 ກໍລະນີ  ລວມສະຖິຕິຜູ້ຕິດເຊື້ອສະສົມປັດຈຸບັນທັງໝົດ 14.​351 ກໍລະນີ.

    ສໍາລັບລາຍລະອຽດການຕິດເຊື້ອວັນນີ້ມີດັ່ງນີ້: ສະເພາະ ນະຄອນຫຼວງວຽງຈັນ  (+ 21 ) ກໍລະນີ ທີ່ປະກອບດ້ວຍ +16 ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແລະ (+5) ກໍລະນີຊູມຊົນ ທີ່ໄກ້ຊິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ ຈາກຈຳນວນການວິເຄາະທັງໝົດ 1.​469 ຕົວຢ່າງ ແຂວງບໍ່ແກ້ວ (+29) ກໍລະນີ ” (+1) ກໍລະນຳເຂົ້າ  ແລະ (+ 28) ກໍລະນີໃນຊຸມຊົນ ທີ່ໄກ້ຊິດຕິດແທດກັບຜູ້ຕິດເຊື້ອກໍລະນີຜ່ານມາ  ແຂວງຫຼວງນໍ້າທາ (+18) ກໍລະນີຊູມຊົນທີ່ໄກ້ຊິດຕິດແທດກັບຜູ້ຕິດເຊື້ອກໍລະນີຜ່ານມາ ແຂວງອຸດົມໄຊ (+ 5 ) ກໍລະນີຊູມຊົນທີ່ໄກ້ຊິດຕິດແທດກັບຜູ້ຕິດເຊື້ອກໍລະນີຜ່ານມາແຂວງຫຼວງພະບາງ (+4) ກໍລະນີຊູມຊົນ ທີ່ໄກ້ຊິດຕິດແທດກັບຜູ້ຕິດເຊື້ອກໍລະນີຜ່ານມາ ແຂວງຄຳມ່ວນ (+14) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແຂວງສາລະວັນ (+25) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແຂວງສະຫວັນນະເຂດ ທັງໝົດ (+94 ) ກໍລະນີ ໃນນີ້ ກໍລະນີນຳເຂົ້າ (+52) ກໍລະນີຊູມຊົນທີ່ໄກ້ຊິດຕິດແທດກັບຜູ້ຕິດເຊື້ອກໍລະນີຜ່ານມາ (+42) ຈາກຈຳນວນການວິເຄາະທັງໝົດ 650 ຕົວຢ່າງ  ແຂວງຈຳປາສັກ (+36) ກໍລະນີຊູມຊົນທີ່ໄກ້ຊິດຕິດແທດກັບຜູ້ຕິດເຊື້ອກໍລະນີຜ່ານມາ.

   ລວມຍອດຜູ້ທີ່ຍັງຮັບການປິ່ນປົວ  4.​928  ກໍລະນີ ຜູ້ປິ່ນປົວຫາຍດີວັນນີ້  1.​204  ກໍລະນີ ແລະ ລວມສະຖິຕິຈຳນວນຜູ້ເສຍຊີວິດ 12  ກໍລະນີ ສໍາລັບລາຍລະອຽດເພີ່ມເຕີມກໍລະນີຕິດເຊື້ອໃນຊຸມຊົນ ສະເພາະຢູ່ນະຄອນຫຼວງວຽງຈັນ 5 ກໍລະນີຕິດເຊື້ອຊຸມຊົນ: ໃນນີ້ 3 ກໍລະນີແມ່ນຢູ່ບ້ານໜອງແຫ້ວ ເມືອງຫາດຊາຍຟອງ ຄື: ເປັນແມ່ເຮືອນ 1 ຄົນ ນັກຮຽນ 1 ຄົນ ແລະ ພະນັກງານໄອທີໂຮງແຮມແລນມາກ 1 ຄົນ  ແລະ ພະນັກງານບໍລິສັດຂົນສົ່ງທາງບົກທ່າເຮືອຫຼັກ 4 ຢູ່ບ້ານຄຳຮຸ່ງ 1 ຄົນ ແລະ ບ້ານດົງຄຳຊ້າງ 1 ຄົນ.​

# ຂ່າວ & ພາບ: ລັດເວລາ

error: Content is protected !!