ພິທີເປີດນຳໃຊ້ແອັບ what’s Up laos ແລະ ບົດເພງລາວທ່ຽວລາວ ຈັດຂຶ້ນວັນທີ 26 ສິງຫາ 2021 ທີ່ໂຮງແຮມແລນມາກ ແມ່ຂອງລີເວີໄຊ ເປັນກຽດເຂົ້າຮ່ວມຂອງທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ທ່ານ ຄຳແສງ ພິນິດ ຜູ້ແຕ່ງບົດເພງລາວທ່ຽວລາວພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ທ່ານນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກ່າວວ່າ: ເພື່ອເປັນການເຜີຍແຜ່ຂໍ້ມູນກ່ຽວກັບການໃຊ້ງານຂອງແອັບພລີເຄເຊິນ (what’s Up laos) ຄຸນສົມບັດຂອງແອັບ ແລະ ກິດຈະກຳການທ່ອງທ່ຽວທີ່ຈະເກີດຂຶ້ນໃນປະເທດລາວ ໂດຍຈະໄດ້ຮວບຮວມເອົາບັນດາຂະແໜງອຸດສາຫະກຳທີ່ປິ່ນອ້ອມການທ່ອງທ່ຽວເຊັ່ນ: ຮ້ານອາຫານ ໂຮງແຮມ ສະຖານທີ່ທ່ອງທ່ຽວ ແລະ ການບໍລິການຕ່າງໆເຂົ້າໃນ what’s Up laos ປັດຈຸບັນ ມີຜູ້ສະໝັກ 200 ກວ່າຫົວໜ່ວຍ ຄາດວ່າຮອດປີ 2028 ຈະມີຜູ້ສະໝັກ 1.000 ກວ່າຫົວໜ່ວຍ.

ປັດຈຸບັນ ການສົ່ງເສີມການທ່ອງທ່ຽວພາຍໃຕ້ໂຄງການ “ລາວທ່ຽວລາວ” ແມ່ນສືບຕໍ່ເປັນໄລຍະ 2 ໂດຍໄດ້ຈັດຕັ້ງປະຕິບັດນັບແຕ່ເດືອນສິງຫາ 2020 ຫາເດືອນມັງກອນ 2021 ແລະ ສືບຕໍ່ໄລຍະ 2 ນັບແຕ່ເດືອນກຸມພາ 2021 ຫາທ້າຍເດືອນສິງຫາ 2021 ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການທັກສະສຳລັບວຽກງານການທ່ອງທ່ຽວ (ລາວ/029) ເຊິ່ງເປັນທຶນຮ່ວມຂອງລັດຖະບານລາວ ລຸກຊຳບວກ ແລະ ສະວິດ ເຊິ່ງກະຊວງສຶກສາທິການ ແລະ ກີລາ ຮ່ວມກັບອົງການຮ່ວມມືເພື່ອການພັດທະນາລຸກຊຳບວກເປັນຜູ້ຈັດຕັ້ງປະຕິບັດໂຄງການລາວທ່ຽວລາວ ແລະ ໄດ້ສະແດງເຖິງຜົນໄດ້ຮັບທີ່່ດີຕໍ່ກັບການສົ່ງເສີມການໂຄສະນາຜ່ານສື່ອອນລາຍ ແລະ ການພັດທະນາ what’s Up laos ກໍເປັນກິດຈະກຳໜຶ່ງທີ່ນອນໃນວຽກງານສົ່ງເສີມລາວທ່ຽວລາວ ສົ່ງເສີມການຕະຫຼາດອອນລາຍ ທີ່ເປັນຊ່ອງທາງໜຶ່ງຈະຊ່ວຍຟື້ນຟູຂະ ແໜງທີ່ປິ່ນອ້ອມການທ່ອງທ່ຽວ ຈາກຜົນກະທົບການລະບາດຂອງພະຍາດໂຄວິດ-19 ໃນໄລຍະ 2 ໃຫ້ດີຂຶ້ນ what’s Up laos ບໍ່ພຽງແຕ່ເປັນບາດກ້າວທີ່ສຳຄັນໃນການຮັກສາຄວາມນິຍົມຂອງໂຄງການ “ລາວທ່ຽວລາວ” ແຕ່ຍັງຈະເປັນການປູທາງໄປສູ່ໂຄງການໃນພາກພື້ນອີກດ້ວຍ.

ທ່ານສາມາດດາວໂຫຼດແອັບ what’s Up laos ໄດ້ໃນ Google playstore ຫຼື ດາວໂຫຼດຜ່ານເວັບໄຊ whatsuplaos.la ແລະ ສະແກນຜ່ານ QR code.
.
# ຂ່າວ & ພາບ : ອົ່ນ ໄຟສົມທອງ