ກຸ່ມພົງສະຫວັນມອບເຄື່ອງໃຫ້ນະຄອນຫຼວງ

    ກຸ່ມບໍລິສັດ ພົງສະຫວັນ ຈຳກັດ, ບໍລິສັດ ສິດທິໂລຈິສຕິກລາວ ຈຳກັດ ແລະ ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ໄດ້ມອບເງິນຊຸກຍູ້ປັບປຸງສູນຈຳກັດບໍລິເວນທ່ານາແລ້ງ ພ້ອມອຸປະກອນກວດພະຍາດໂຄວິດ-19 ຈຳນວນ 5.000 ຊຸດ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ແກ່ນະຄອນຫຼວງວຽງຈັນ ລວມມູນຄ່າທັງໝົດ 650 ລ້ານກີບ.

    ພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ຈັດຂຶ້ນວັນທີ 26 ສິງຫາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ກ່າວມອບໂດຍທ່ານ ຄຳເຜີຍ ແກ້ວກິນນາລີ ຮອງປະທານບໍລິສັດ ສິດທິໂລຈິສຕິກລາວ ຈຳກັດ ແລະ ກ່າວຮັບໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

# ຂ່າວ & ພາບ : ສົມສະຫວັນ

error: Content is protected !!