ບໍລິສັດຄູໂບຕ້າລາວ ຈຳກັດຜູ້ດຽວ ຮ່ວມກັບ ບໍລິສັດອິນຊີທອງ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ໃນວັນທີ 26 ສິງຫາ 2021 ທີ່ຫ້ອງວ່າການປົກຄອງ ນວ ມອບໂດຍຕາງໜ້າບໍລິສັດຄູໂບຕ້າລາວ ຈຳກັດຜູ້ດຽວ ແລະ ບໍລິສັດອິນຊີທອງ ຮັບໂດຍທ່ານ ໂພຄຳ ໄຊຍະສອນ ຫົວໜ້າຫ້ອງວ່າການປົກຄອງ ຫົວໜ້າພະແນກພົວພັນການຕ່າງປະເທດ ນວ ມີພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ເຄື່ອງທີ່ນຳມາມອບຄັ້ງນີ້ ມີເຄື່ອງອຸປະໂພກ-ບໍລິໂພກ ແລະ ອຸປະກອນການແພດຈຳນວນໜຶ່ງ ມູນຄ່າ 14.000.000 ກີບ ເພື່ອປະກອບສ່ວນເຂົ້າໃນການຕ້ານການລະບາດຂອງພະຍາດໂຄວິດ-19 ຢູ່ບັນດາສູນກັກບໍລິເວນໃນ ນວ ເນື່ອງຈາກວ່າປັດຈຸບັນ ໄດ້ມີແຮງງານລາວທີ່ກັບຄືນມາຈາກປະເທດໃກ້ຄຽງເຂົ້າມາ ນວ ນັບມື້ຫຼາຍຂຶ້ນ ແລະ ພົບຜູ້ຕິດເຊື້ອຫຼາຍຂຶ້ນໃນແຕ່ລະວັນ.

ໂອກາດນີ້ ທ່ານ ໂພຄຳ ໄຊຍະສອນ ກໍໄດ້ສະແດງຄວາມຂອບໃຈມາຍັງສອງບໍລິສັດດັ່ງກ່າວ ທີ່ເປັນຫ່ວງເປັນໄຍຕໍ່ວຽກງານປ້ອງກັນ ຕ້ານພະຍາດໂຄວິດ-19 ແລະ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ໂດຍສະເພາະແມ່ນແຮງງານລາວທີ່ກັບມາຈາກຕ່າງປະເທດຢູ່ສູນຈຳກັດບໍລິເວນ ເຊິ່ງການໃຫ້ການຊ່ວຍເຫຼືອຄັ້ງນີ້ ຈະເປັນdkoປະກອບສ່ວນສຳຄັນໃຫ້ແກ່ແຮງງານທີ່ຈຳກັດບໍລິເວນຢູ່ສູນຕ່າງໆໃນ ນວ ແລະ ຈະນຳເຄື່ອງດັ່ງກ່າວໄປໃຊ້ໃຫ້ເກີດປະໂຫຍດສູງສຸດ.
# ຂ່າວ & ພາບ : ອົ່ນ ໄຟສົມທອງ