ເພີ່ມທະວີການປົກປ້ອງສິດຜົນປະໂຫຍດຂອງກຳມະກອນ ແລະ ຊາວຜູ້ອອກແຮງງານ

    ກອງປະຊຸມພົບປະ ແລະ ຊຸກຍູ້ການເຄື່ອນໄຫວວຽກງານກຳມະບານ ຂອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ແລະ ສະຫະພັນກຳມະບານນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 26 ສິງຫາ 2021 ທີ່ຫ້ອງວ່າການປົກຄອງ ນວ ມີທ່ານນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ພ້ອມດ້ວຍຄະນະ ແລະ ສະມາຊິກກຳມະບານເຂົ້າຮ່ວມ.

    ໃນພິທີ ທ່ານ ດາວເພັດ ອາລຸນ ປະທານສະຫະພັນກຳມະບານ ນວ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເປັນຕົ້ນ ແມ່ນການສຶກສາອົບຮົມການເມືອງ-ແນວຄິດ ການຈັດຕັ້ງ ແລະ ກໍ່ສ້າງບຳລຸງພະນັກງານ ວຽກງານຂະຫຍາຍການຈັດຕັ້ງ ກໍ່ສ້າງພະນັກງານ ປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາວຜູ້ອອກແຮງງານ ວຽກງານຂະບວນການ ແຂ່ງຂັນ ແລະ ຍ້ອງຍໍ ໂຄສະນາອົບຮົມ ແລະ ສື່ມວນຊົນ ການພົວພັນຕ່າງປະເທດ ພ້ອມກັນນັ້ນ ກໍໄດ້ຍົກໃຫ້ເຫັນຈຸດອ່ອນ-ຂໍ້ຄ້າງ ແລະ ບົດຮຽນຖອດຖອນໄດ້ໄລຍະຜ່ານມາ ແລະ ແຜນການໃນຕໍ່ໜ້າ ພາຍຫຼງຮັບຟັງບົດສະຫຼຸບແລ້ວ ບັນດາຜູ້ເຂົ້າຮ່ວມກໍໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຕື່ມອີກ.

    ໂອກາດນີ້ ທ່ານນາງ ອາລີ ວົງໜໍ່ບຸນທຳ ໄດ້ໂອ້ລົມຕໍ່ກອງປະຊຸມຄັ້ງນີ້ ກ່ອນອື່ນ ທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ຍາດມາໄດ້ໄລຍະຜ່ານມາ ແລະ ທ່ານໄດ້ເນັ້ນບາງບັນຫາ ໂດຍສະເພາະ ໄດ້ຍົກໃຫ້ເຫັນກ່ຽວກັບການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດຄື ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການປ້ອງກັນ ປາບປາມແກ້ໄຂບັນຫາຢາເສບຕິດ ສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານລາວທົ່ວປະເທດ ເປັນຕົ້ນແມ່ນ 9 ແຜນງານ 51 ໂຄງການ ໂດຍຫັນມາເປັນແຜນງານ ໂຄງການ ກິດຈະກຳອັນລະອຽດ ເພີ່ມທະວີການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ກຳມະບານ ກຳມະກອນ ແລະ ຊາວຜູ້ອອກແຮງງານ ເປັນຕົ້ນແມ່ນການເຈລະຈາ ສ້າງສັນຍາແຮງງານລວມໝູ່ ການແກ້ໄຂຂໍ້ຂັດແຍ່ງແຮງງານໂດຍສະເພາະ ດ້ານຜົນປະໂຫຍດ ຕິດຕາມເກັບກຳຜົນກະທົບໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ຊຸກຍູ້ວຽກງານຂະບວນການ ເຜີຍແຜ່ກົດລະບຽບຂອງສະຫະພັນກຳມະບານ ໃຫ້ກຳມະກອນ ແລະ ຊາວຜູ້ອອກແຮງງານຮັບຮູ້ ເຂົ້າໃຈ ສຳຫຼວດເກັບກຳສະຖິຕິສະມາຊິກກຳມະບານຮາກຖານໃຫ້ມີຄວາມຖືກຕ້ອງ ແລະ ອື່ນໆ.

    ໂອກາດນີ້ ທ່ານນາງ ອາລີ ວົງໜໍ່ບຸນທຳ ໄດ້ເຂົ້າພົບປະທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ວັນທີ 26 ສິງຫາ 2021 ເພື່ອປຶກສາຫາລືວຽກງານກຳມະບານຮ່ວມກັນ.

# ຂ່າວ & ພາບ :  ອົ່ນ ໄຟສົມທອງ

error: Content is protected !!