ຕາມບົດຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19 ໃນວັນທີ 26 ສິງຫາ ປີ 2021 ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ກ່າວວ່າ: ຢູ່ ສປປ ລາວ ມາຮອດວັນທີ 25 ສິງຫາ 2021: ໄດ້ກວດວິເຄາະທັງໝົດ 3.267 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 195 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 46 ຄົນ ເປັນຜູ້ສໍາຜັດໃກ້ຊິດນໍາຜູ້ຕິດເຊື້ອທີ່ຜ່ານມາ ຄື: ນະຄອນຫຼວງ 14 ຄົນ ບໍ່ແກ້ວ 15 ຄົນ ໄຊຍະບູລີ 2 ຄົນ ອຸດົມໄຊ 1 ຄົນ ຫຼວງພະບາງ 3 ຄົນ ສະຫວັນນະເຂດ 9 ຄົນ ແລະ ຈຳປາສັກ 2 ຄົນ

ສ່ວນກໍລະນີນໍາເຂົ້າ ມີ 149 ຄົນ ຈາກ ສະຫວັນນະເຂດ 32 ຄົນ ຈຳປາສັກ 46 ຄົນ ນະຄອນຫຼວງ 38 ຄົນ ຄຳມ່ວນ 12 ຄົນ ສາລະວັນ 15 ຄົນ ບໍລິຄຳໄຊ 4 ຄົນ ແລະ ຫຼວງພະບາງອີກ 2 ຄົນ ເຊິ່ງກວດພົບຈາກແຮງງານລາວທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
ສໍາລັບຕິດເຊື້ອໃນຊຸມຊົນໃນບັນດາແຂວງ ມີ: ນະຄອນຫຼວງ 14 ຄົນທີ່ຕິດເຊື້ອໃນຊຸມຊົນ ນັ້ນຄື: ບ້ານສິມມະໂນເໜືອ 2 ສິມມະໂນໃຕ້ 2 ດອນດູ່ 6 ໜອງແວງ 2 ແລະ ດົງໂພນແຮ່ອີກ 1 ຄົນ ເຫຼືອນັ້ນແມ່ນພະນັກງານປະຈຳຢູ່ສູນຈຳກັດບໍລິເວນ ແຂວງຈຳປາສັກ 2 ຄົນ ແມ່ນເປັນພະນັກງານປະຈໍາສູນຈໍາກັດບໍລິເວນ ແຂວງອຸດົມໄຊ 1 ຄົນ ເພດຍິງ ອາຍຸ 49 ປີ ພະນັກງານທະຫານ ບ້ານນໍ້າອຸ່ນ ເມືອງຮຸນ ມີປະຫວັດເດີນທາງໄປບ້ານນາຝາຍ ເມືອງນ່ານ ແຂວງຫຼວງພະບາງ ເພື່ອສົ່ງສະການແມ່ຍ່າ ໄປນໍາກັນສາມຄົນດ້ວຍລົດສ່ວນຕົວ ເຊິ່ງຜູ້ຕິດເຊື້ອມາຈາກແຂວງບໍ່ແກ້ວຮ່ວມນໍາ ເຊິ່ງປັດຈຸບັນນີ້ ຄົນເຈັບໄດ້ເຂົ້ານອນປີ່ນປົວຢູ່ໂຮງໝໍແຂວງ ແຂວງບໍ່ແກ້ວ 15 ຄົນ ໃນນັ້ນ 10 ຄົນ ມາຈາກບ້ານໃຫຍ່ສີເມືອງງາມ 1 ຄົນແມ່ນເດັກ 1 ເດືອນ 3 ຄົນຈາກບ້ານຄວ້ານສາມຫຼ່ຽມ ເມືອງຕົ້ນເຜິ້ງ ແມ່ນແຮງງານລາວຢູ່ເຂດພິເສດ ຈະເດີນທາງກັບບ້ານ 1 ຄົນ ບ້ານດອນສະຫວັນ ເມືອງຕົ້ນເຜິ້ງ (ທີມງານເມືອງກໍາລັງເອົາຂໍ້ມູນ) ແລະ ອີກ 1 ຄົນ ມາຈາກບ້ານພິບຸນທອງ ເມືອງຫ້ວຍຊາຍ (ໄດ້ຂີ່ລົດໄປງານສົບຢູ່ເມືອງນ່ານ ນໍາຜູ້ຕິດເຊື້ອທີ່ລາຍງານມື້ກ່ອນ) ແຂວງຫຼວງພະບາງ 3 ຄົນ ເພດຊາຍ ອາຍຸ 29 ປີ ອາຊີບ ທະຫານ ບ້ານໂຄມຂວາງ ນະຄອນຫຼວງພະບາງ ປະຫວັດສຳຜັດກັບຜູ້ຕິດເຊື້ອທີ່ມາຈາກແຂວງບໍ່ແກ້ວ ຢູ່ງານສົບ ຢູ່ບ້ານນາຝາຍ ເມືອງນ່ານ ສ່ວນອີກ 2 ຄົນ ແມ່ນອາຊີບນັກສຶກສາ (ພັກຮຽນ) ທີ່ໄປຮ່ວມງານສົບງານດຽວກັນ ແຂວງໄຊຍະບູລີ 2 ຄົນ ຜູ້ທີ 1 ແມ່ນເປັນເພດຊາຍ ອາຍຸ 37 ປີ ຜູ້ທີ 2 ເພດຍິງ ອາຍຸ 35 ປີ ອາຊີບພະນັກງານບໍລິສັດ ທັງສອງໄດ້ໄປຮ່ວມຢູ່ງານສົບ ຢູ່ບ້ານນາຝາຍ ເມືອງນ່ານ ແລະ ແຂວງສະຫວັນນະເຂດ 9 ຄົນ ໃນນັ້ນ ບຸກຄົນທົ່ວໄປ 1 ຄົນ ຢູ່ສະຖານທີ່ຄຸມຂັງ ມີ 7 ຄົນ ແລະ ສູນຈຳກັດບໍລິເວນ 1 ຄົນ ເຊິ່ງເປັນນັກສຶກສາທີ່ມີປະຫວັດພົວພັນກັບພະນັດງານແພດທີ່ຕິດເຊື້ອກ່ອນໜ້ານັ້ນ.
ປັດຈຸບັນ ຜູ້ຕິດເຊື້ອສະສົມທັງໝົດ 14.104 ຄົນ ຄົນເຈັບເສຍຊີວິດສະສົມ 12 ຄົນ (ໃໝ່ 1 ຄົນ ຈາກແຂວງສະຫວັນນະເຂດ ເຊິ່ງເປັນເພດຊາຍ ອາຍຸ 35 ປີ ບ້ານນາມໍ່ ເມືອງໄຊພູທອງ ຜູ້ກ່ຽວຢູ່ສະຖານທີ່ຄຸມຂັງ ຖືກເກັບຕົວຢ່າງໃນວັນທີ 23 ສິງຫາ ຜູ້ກ່ຽວເສຍຊີວິດວັນທີ 24 ສິງຫາ ກ່ອນຜົນກວດວິເຄາະອອກໃນວັນທີ 25 ສິງຫາ 2021) ແລະ ຄົນເຈັບກໍາລັງປິ່ນປົວທັງໝົດ 5.885 ຄົນ.
# ຂ່າວ & ພາບ : ວຽງມາ