ພິທີເປີດນຳໃຊ້ເພຈຊ່ວຍເຫຼືອທາງດ້ານກົດໝາຍ ຈັດຂຶ້ນວັນທີ 26 ສິງຫາ 2021 ທີ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ເຂົ້າຮ່ວມໃນພິທີ ມີທ່ານ ບຸນທາ ຊົງເຢີທ່າວ ຮອງລັດຖະມົນຕີກະຊວງຍຸຕິທຳ ທ່ານ Michale Ronning ຜູ້ຕາງໜ້າອົງການພັດທະນາສາກົນ ປະເທດສະຫະລັດອາເມຣິກາ (USAID) ທ່ານ Todd Wassel ຜູ້ຕາງໜ້າມູນນິທິອາຊີ ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງ ອົງການ ຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.
ທ່ານ ບຸນທາ ຊົງເຢີທ່າວ ກ່າວວ່າ: ໃນປີ 2018 ລັດຖະບານແຫ່ງ ສປປ ລາວ ໄດ້ອອກນິຕິກຳກ່ຽວກັບວຽກງານຊ່ວຍເຫຼືອທາງດ້ານກົດໝາຍ ຈຸດປະສົງເພື່ອຊ່ວຍເຫຼືອຄົນທີ່ຕ້ອງການການຊ່ວຍເຫຼືອທາງດ້ານກົດໝາຍ ແຕ່ບໍ່ສາມາດທີ່ຈະຈ່າຍຄ່າບໍລິການໄດ້ ວຽກງານຊ່ວຍເຫຼືອທາງດ້ານກົດໝາຍ ໄດ້ຖືກສ້າງຕັ້ງຂຶ້ນພາຍຫຼັງທີ່ກະຊວງຍຸຕິທຳໄດ້ສ້າງດຳລັດວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ ສະບັບເລກທີ 077/ລບ ລົງວັນທີ 28 ກຸມພາ 2018 ພາຍໃຕ້ການຄຸ້ມຄອງຂອງກົມສົ່ງເສີມລະບົບຍຸຕິທຳ.

ໄລຍະຜ່ານມາ ໃນເມື່ອເກີດມີຂໍ້ຂັດແຍ່ງ ຫຼືມີຄະດີຄວາມ ການເຂົ້າມາໃຊ້ບໍລິການເພື່ອຂໍຄວາມຊ່ວຍເຫຼືອທາງດ້ານກົດໝາຍແມ່ນພົບກັບຄວາມຫຍຸ້ງຍາກ ເປັນຕົ້ນ ການເດີນທາງ ບໍ່ຮູ້ຊ່ອງທາງການເຂົ້າເຖິງ ແລະ ອື່ນໆ ເຮັດໃຫ້ການເຂົ້າມາຂໍຄວາມຊ່ວຍເຫຼືອແມ່ນມີໜ້ອຍ ແລະ ບາງຄັ້ງກໍບໍ່ໄດ້ຮັບການແກ້ໄຂຢ່າງເປັນທຳ ເມື່ອເຫັນໄດ້ຄວາມສຳຄັນຂອງວຽກງານດັ່ງກ່າວ ກະຊວງຍຸຕິທຳຈຶ່ງໄດ້ສ້າງເພຈຊ່ວຍເຫຼືອທາງດ້ານກົດໝາຍຂຶ້ນ ໂດຍອີງຕາມບົດບັນທຶກຄວາມເຂົ້າໃຈກັນລະຫວ່າງກະຊວງຍຸຕິທຳ ແລະ ມູນນິທິອາຊີ ທີ່ໄດ້ໃຫ້ການຊ່ວຍເຫຼືອເພື່ອເພີ່ມຂີດຄວາມສາມາດຂອງກະຊວງຍຸຕິທຳ ແລະ ຄູ່ຮ່ວມງານອື່ນທີ່ກ່ຽວຂ້ອງ ໃນການສົ່ງເສີມການເຂົ້າເຖິງກົດໝາຍ ແລະ ຄວາມຍຸຕິທຳຂອງປະຊາຊົນ ເຊິ່ງມີໄລຍະການຈັດຕັ້ງປະຕິບັດ 4 ປີ.
# ຂ່າວ & ພາບ : ຊິລິການດາ