
ປັດຈຸບັນ ຫຼາຍຄົນກຳລັງມີຄວາມກັງວົນຕໍ່ກັບການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່ ຫຼື (COVID-19) ແຕ່ຍັງມີອີກພະຍາດໜຶ່ງທີ່ຈະຕ້ອງເຝົ້າລະວັງ ແລະ ປ້ອງກັນ ໂດຍສະເພາະໄລຍະລະດູຝົນ ນັ້ນກໍແມ່ນພະຍາດໄຂ້ຍຸງລາຍ ທີ່ປັດຈຸບັນນະຄອນຫຼວງວຽງຈັນ (ນວ) ໄດ້ມີກໍລະນີຄົນເຈັບຍ້ອນພະຍາດດັ່ງກ່າວເພີ່ມຂຶ້ນ.
ອີງຕາມການລາຍງານຂອງພະແນກສາທາລະນະສຸກ ນວ ເມື່ອວັນທີ 10 ມີນາ 2020 ໃຫ້ຮູ້ວ່າ: ນັບແຕ່ຕົ້ນເດືອນມັງກອນມາຫາວັນທີ 6 ມີນາ 2020 ນວ ມີຄົນເຈັບໄຂ້ຍຸງລາຍສະສົມທັງໝົດ 194 ກໍລະນີ ແຕ່ຍັງບໍ່ມີກໍລະນີເສຍຊີວິດ ໃນນີ້ເມືອງໄຊທານີມີ 59 ກໍລະນີ ໄຊເສດຖາ 26 ກໍລະນີ ນາຊາຍທອງ 19 ກໍລະນີ ສີໂຄດຕະບອງ 18 ກໍລະນີ ຫາດຊາຍຟອງ 17 ກໍລະນີ ສີສັດຕະນາກ 16 ກໍລະນີ ສັງທອງ 14 ກໍລະນີ ປາກງື່ມ 13 ກໍລະນີ ຈັນທະບູລີ 12 ກໍລະນີ ສະເພາະວັນທີ 6 ມີນາ ມີກໍລະນີຕິດເຊື້ອໄຂ້ຍຸງລາຍເກີດຂຶ້ນໃໝ່ 12 ກໍລະນີ.
ເພື່ອປ້ອງກັນ ແລະ ຕ້ານກັບພະຍາດໄຂ້ຍຸງລາຍ ພະແນກສາທາລະນະສຸກ ນວ ຈຶ່ງໄດ້ແນະນຳໃຫ້ທຸກຄົນເອົາໃຈໃສ່ປະຕິບັດຕາມຫຼັກການ 5 ປ ເປັນປະຈຳໃນທຸກອາທິດ ໂດຍສະເພາະເອົາໃຈໃສ່ທຳລາຍແຫຼ່ງເພາະພັນໜອນນ້ຳຍຸງລາຍເພື່ອຕັດວົງຈອນບໍ່ໃຫ້ມີຍຸງລາຍ ແລະ ປ້ອງກັນບໍ່ໃຫ້ຍຸງລາຍກັດໂດຍການນອນໃນມຸ້ງ ໃສ່ເຄື່ອງຍາວ ທາຢາກັນຍຸງ ແລະ ອື່ນໆ.